JW subtitle extractor

ການນິນທາ—ເຈົ້າຢຸດມັນໄດ້!

Video Other languages Share text Share link Show times

ຮູ້ແລ້ວຫວາ?
ຜູ້ນັ້ນນະ
ນິນທາ
ກໍຄືການລົມກັນຫັ້ນແຫຼະ
ບໍ່ມີຫຍັງເສຍຫາຍ
ແທ້ບໍ?
ຖ້າເຈົ້າໄດ້ຍິນວ່າ
ມີຄົນເວົ້າເລື່ອງຂອງເຈົ້າໄປເວົ້າລັບຫຼັງ
ເຈົ້າຈະຮູ້ວ່າ
ການຖືກນິນທາ
ມັນເຈັບ
ຄຳພີໄບເບິນບອກໄວ້ໃນສຸພາສິດ ບົດ 12 ຂໍ້ 18 ວ່າ
ຄຳເວົ້າອາດເປັນຄືດາບທີ່ສຽບແທງ
ນັ້ນ ຈະແນ່ໃຈໄດ້ແນວໃດວ່າ
ຄຳເວົ້າຂອງເຈົ້າບໍ່ໄດ້ແທງຄົນອື່ນ
ບໍ່ຕ້ອງເວົ້າຫຍັງເລີຍ ດີບໍ?
ໃນຟິລິບປອຍ ບົດ 2 ຂໍ້ 4
ຄຳພີໄບເບິນບອກວ່າ
ເຮົາຕ້ອງສົນໃຈເລື່ອງຂອງຄົນອື່ນນຳ
ສະແດງວ່າບໍ່ຜິດທີ່ຈະເວົ້າເລື່ອງຂອງຄົນອື່ນ
ແຕ່ມັນກໍອາດປ່ຽນເປັນການນິນທາໄດ້ງ່າຍໆ
ແລະເຮັດໃຫ້ຄົນອື່ນເສຍຊື່ສຽງ
ແລ້ວເຈົ້າຈະເຮັດແນວໃດ
ບໍ່ໃຫ້ເລື່ອງແບບນີ້ເກີດຂຶ້ນ
ເຊັ່ນ ຖ້າເຈົ້າເຫັນວ່າ
ການລົມກັນເປັນການວິພາກວິຈານຄົນອື່ນ
ກໍເປັນສັນຍານວ່າ ການນິນທາກຳລັງຈະເລີ່ມແລ້ວ
ຢ່າໄປຫຍຸ້ງກ່ຽວກັບເຂົາເຈົ້າ
ໃຫ້ຟ້າວປ່ຽນເລື່ອງລົມກັນ
ເຮັດທັນທີເລີຍ
ຢ່າຊ້າ
ເຈົ້າຕ້ອງເຊົາ
ຈື່ໄວ້ວ່າ ເຖິງວ່າເຈົ້າຈະບໍ່ໄດ້ເປັນຄົນເລີ່ມ
ແຕ່ຖ້າເຈົ້າເອົາເລື່ອງນັ້ນໄປເວົ້າຕໍ່
ກໍເທົ່າກັບວ່າ ແຜ່ຄຳຕົວະ
ຖ້າເຈົ້າບໍ່ຢາກເດືອດຮ້ອນ
ກໍຂໍໃຫ້ເຮັດຕາມຄຳແນະນຳໃນຄຳພີໄບເບິນ
ໃນ 1 ເທຊະໂລນິກ ບົດ 4 ຂໍ້ 11 ທີ່ວ່າ
ຢ່າໄປຫຍຸ້ງກັບເລື່ອງຂອງຄົນອື່ນ
ກ່ອນຈະເວົ້າເຖິງໃຜ
ໃຫ້ຖາມຕົວເອງວ່າ
ຂ້ອຍຮູ້ຄວາມຈິງທັງໝົດຫຼືບໍ?
ຖ້າມີຄົນເວົ້າເລື່ອງທີ່ຂ້ອຍເວົ້າໄປເຜີຍແຜ່
ຄົນທີ່ກຳລັງເວົ້າເຖິງຈະເສຍຫາຍບໍ?
ແລ້ວຄົນອື່ນຈະເບິ່ງຂ້ອຍແນວໃດ?
ຢ່າລືມເດີ້
ຖ້າການລົມກັນປ່ຽນເປັນການນິນທາ
ເຈົ້າຕ້ອງເຊົາມັນທັນທີ
ຄົນອ້ອມໂຕເຈົ້າຈະມີຄວາມສຸກ
ແລະເຈົ້າກໍຈະມີຄວາມສຸກນຳອີກ