JW subtitle extractor

ຂ້ອຍຈະລົມກັບພໍ່ແມ່ໄດ້ແນວໃດ?

Video Other languages Share text Share link Show times

ຕອນຍັງນ້ອຍ
ເມື່ອມີຫຍັງ
ເຈົ້າກໍແລ່ນໄປຫາພໍ່ແມ່ກ່ອນສະເໝີ
ແຕ່ຕອນນີ້ເຈົ້າອາດຮູ້ສຶກວ່າ
ພໍ່ແມ່ບໍ່ເຂົ້າໃຈເຈົ້າເລີຍ
ຄວາມຈິງແລ້ວ
ເຈົ້າຍັງຢາກລົມກັບພໍ່ແມ່
ແຕ່ຖ້າລອງລົມແລ້ວ
ເຈົ້າຮູ້ສຶກວ່າ ພໍ່ແມ່ບໍ່ສົນໃຈເດ
ເຈົ້າອາດລອງເພີ່ມສຽງເບິ່ງ
ແຕ່ການຮ້ອງ ບໍ່ໄດ້ຊ່ວຍໃຫ້ພໍ່ແມ່ຮັບຟັງເຈົ້າ
ແຖມຍັງເປັນການບໍ່ນັບຖືເພິ່ນນຳ
ຄັນຊັ້ນກໍງຽບໄປເລີຍ
ແຕ່ຄຳພີໄບເບິນບອກໄວ້ໃນສຸພາສິດ ບົດ 15 ຂໍ້ 22 ວ່າ
ການງຽບແບບນີ້ມີແຕ່ຈະເຮັດໃຫ້ສະຖານະການບໍ່ດີຂຶ້ນ
ການທີ່ເຈົ້າບໍ່ເວົ້າຫຍັງເລີຍ
ຈຶ່ງບໍ່ແມ່ນວິທີທີ່ແກ້ບັນຫາ
ແຕ່ດີກວ່າທີ່ຈະຖ້າໃຫ້ເຖິງເວລາທີ່ເໝາະສົມ
ແລ້ວຄ່ອຍເວົ້າ
ຫຼືເຈົ້າອາດຂຽນບອກພໍ່ແມ່ກົງໆ ດ້ວຍຄວາມນັບຖືວ່າ
ເຈົ້າຮູ້ສຶກແນວໃດ
ແຕ່ຖ້າສະຖານະການກົງກັນຂ້າມກັນ
ພໍ່ແມ່ຢາກລົມ
ແຕ່ເຈົ້າພັດບໍ່ຢາກລົມ
ບາງທີເຈົ້າຫາກໍເຈິເລື່ອງທີ່ບໍ່ດີຢູ່ໂຮງຮຽນມາ
ແຕ່ຖ້າຈະໃຫ້ເວົ້າທັງໆທີ່ເຈົ້າບໍ່ຢາກເວົ້າ
ມັນກໍຄືກັບຖືກບັງຄັບ
ແລ້ວທຸກຄົນກໍຈະເຄັ່ງຕຶງ
ເຮັດໃຫ້ລົມກັນບໍ່ຮູ້ເລື່ອງ
ແຕ່ຖ້າບໍ່ເວົ້າ ເຈົ້າກໍຈະເຄັ່ງຕຶງຄືເກົ່າ
ພໍ່ແມ່ອາດຄິດວ່າເຈົ້າເຈິບັນຫາໜັກຫຼາຍ
ທັງໆທີ່ບໍ່ໜັກຂະໜາດນັ້ນ
ຫຼືຮ້າຍແຮງໄປກວ່ານັ້ນ
ຄືພໍ່ແມ່ກຳລັງຄິດວ່າ ເຈົ້າກຳລັງປິດບັງອັນໃດຢູ່
ແທນທີ່ຈະເຮັດແບບນັ້ນ
ເຈົ້າອາດເລີ່ມເວົ້າເລື່ອງທີ່ຜ່ອນຄາຍກ່ອນ
ຫຼື ເລື່ອງທີ່ລົມແລ້ວມ່ວນສະບາຍໃຈກໍໄດ້
ນັ້ນຈະຊ່ວຍຫຼຸດຄວາມເຄັ່ງຕຶງ
ຫຼືບໍ່ກໍເຊົາເຄັ່ງຕຶງເລີຍກໍໄດ້
ຈຸດສຳຄັນຄືພໍ່ແມ່ຕ້ອງການຈະຊ່ວຍເຈົ້າ
ແລະເຈົ້າກໍຕ້ອງການຄວາມຊ່ວຍເຫຼືອຈາກເພິ່ນນຳ
ດັ່ງນັ້ນເລືອກຄຳເວົ້າດີໆ
ລົມກັບພໍ່ແມ່ດ້ວຍຄວາມນັບຖື
ແລະໃຫ້ຄິດວ່າ ພໍ່ແມ່ເປັນໝູ່ ບໍ່ແມ່ນສັດຕູ
ເວົ້າແທ້ໆແລ້ວ
ເຈົ້າຕ້ອງມີໝູ່ທີ່ພ້ອມຈະຊ່ວຍເຫຼືອເຈົ້າ
ເພື່ອຮັບມືກັບເຫດການຕ່າງໆໃນວັນຂ້າງໜ້າໄດ້