JW subtitle extractor

ຣາຟິກ້າ ມໍຣິດສ໌: ຂ້ອຍຢາກຕໍ່ສູ້ກັບຄວາມບໍ່ຍຸຕິທຳ

Video Other languages Share text Share link Show times

ຂ້ອຍເຕີບໃຫຍ່ມາທາງຕອນໃຕ້ຂອງອາເມຣິກາ
ໃນໄລຍະທີ່ມີການແບ່ງແຍກສີຜິວຄືຂາວກັບດຳ
ເຮົາຢູ່ຮ່ວມກັນບໍ່ໄດ້ເລີຍ
ບໍ່ພຽງເທົ່ານັ້ນ
ເຂົາເຈົ້າຍັງເຮັດປ້າຍທີ່ບອກວ່າ
ຜິວສີໃດຄວນຈະຢູ່ໃສ
ຂ້ອຍບໍ່ເຂົ້າໃຈເລີຍວ່າເປັນຫຍັງເຮົາຈຶ່ງຢູ່ຮ່ວມກັນບໍ່ໄດ້
50ເຊັນ
ໂດຍ
ຂອບໃຈເດີ
ແມ່ຕູ້!
ລາວເປັນເດັກນ້ອຍຊື່ໆ
ເວົ້າໂດຍນຳລາວເຮັດຫຍັງ
ເວົ້າຄ່ອຍໆແດ່
ຍ້ອນເຮົາຕ່ຳຕ້ອຍກ່ອນເຂົາເຈົ້າ
ຕອນກັບໄປລົດຂ້ອຍບອກແມ່ຕູ້ວ່າ
ຂ້ອຍບໍ່ເຄີຍຄິດວ່າຂ້ອຍຕ່ຳຕ້ອຍກວ່າເຂົາເຈົ້າ
ແມ່ຕູ້ຮູ້ວ່າຂ້ອຍຮັກຄຳພີໄບເບິນ
ຍ້ອນຂ້ອຍອ່ານຄຳພີໄບເບິນຕະຫຼອດຕັ້ງແຕ່ຍັງນ້ອຍ
ແຕ່ຂ້ອຍບໍ່ເຂົ້າໃຈສິ່ງທີ່ອ່ານ
ຂ້ອຍເຄີຍອະທິດຖານວ່າ
ອັນໃດເຮັດໃຫ້ເຮົາແຕກຕ່າງກັນຫຼາຍແທ້
ເປັນຫຍັງເຮົາຈຶ່ງຢູ່ຮ່ວມກັນບໍ່ໄດ້
ຂ້ອຍໄດ້ພົບກັບຄົນກຸ່ມໜຶ່ງ
ເປັນກຸ່ມທີ່ຂ້ອຍຢາກເຂົ້າຮ່ວມ
ເປັນກຸ່ມທີ່ກ່ຽວຂ້ອງກັບການເມືອງ
ເຂົາເຈົ້າບອກວ່າພວກເຮົາຈະສູ້ກັບຄວາມບໍ່ຍຸຕິທຳ
ເມື່ອໄດ້ຍິນຄຳວ່າບໍ່ຍຸຕິທຳ
ຂ້ອຍຮູ້ສຶກວ່າ ນີ້ແຫຼະຄືສິ່ງທີ່ຂ້ອຍຢາກເຮັດ
ຢາກມີສ່ວນຮ່ວມໃນການປ່ຽນແປງ
ແລະຊ່ວຍຜູ້ຄົນໃຫ້ຢູ່ຮ່ວມກັນຢ່າງສັນຕິ
ນັ້ນແຫຼະເປົ້າໝາຍຂອງຂ້ອຍ
ເຮົາເລີ່ມປະທ້ວງກ່ຽວກັບ
ການທີ່ຕຳຫຼວດໃຊ້ຄວາມຮຸນແຮງ
ແລະຂ້ອຍຄິດວ່າຄົນສ່ວນຫຼາຍ
ກຳລັງໃຫ້ຄວາມສົນໃຈໃນເລື່ອງນີ້
ຂ້ອຍມັກບາງສິ່ງທີ່ເຂົາເຈົ້າເຮັດ
ແຕ່ເຂົາເຈົ້າຝຶກພວກເຮົາທຸກໆມື້ແບບທະຫານ
ພວກເຮົາຮຽນຮູ້ທີ່ຈະໃຊ້ອາວຸດ
ຂ້ອຍຈຶ່ງຄິດໄດ້ວ່າ ຂ້ອຍບໍ່ໄດ້ຢາກເຮັດແບບນີ້
ມັນບໍ່ແມ່ນສິ່ງທີ່ຂ້ອຍຢາກເຮັດເລີຍ
ຂ້ອຍເລີ່ມກັບມາຫາພະເຈົ້າ
ແລະເລີ່ມອ່ານຄຳພີໄບເບິນອີກ
ເພາະຂ້ອຍຮູ້ສຶກວ່າສິ່ງທີ່ຂ້ອຍເຮັດບໍ່ໄດ້ຊ່ວຍຫຍັງເລີຍ
ຄຳພີໄບເບິນທີ່ຂ້ອຍອ່ານແມ່ນສະບັບຄິງເຈມ
ຂ້ອຍອ່ານແລ້ວອ່ານອີກ ອ່ານຈັ່ງໃດກໍບໍ່ເຂົ້າໃຈ
ພວກເຮົາໄປຈາໄມກາ
ແລະຂ້ອຍກໍເຫັນຄຳພີໄບເບິນສະບັບແປໂລກໃໝ່
ແລະຂ້ອຍກໍເລີ່ມອ່ານ
ທຸກສິ່ງທີ່ອ່ານເຂົ້າໃຈໄດ້ທັນທີ
ບໍ່ມີຄຳເກົ່າໆ
ແລະຂ້ອຍກໍຮູ້ສຶກວ່າ
ວ້າວ!
ເຈົ້າຮູ້ບໍສະບັບນີ້ແຫຼະທີ່ຂ້ອຍຢາກໄດ້
ມື້ໜຶ່ງມີຜູ້ຍິງສອງຄົນມາເຄາະປະຕູເຮືອນ
ຂ້ອຍບໍ່ຮູ້ວ່າເຂົາເຈົ້າແມ່ນພະຍານ
ຂ້ອຍຮູ້ແຕ່ວ່າເຂົາເຈົ້າມີຄຳພີໄບເບິນ
ຂ້ອຍຈຶ່ງຖາມວ່າ
ເຈົ້າເອົາຄຳພີໄບເບິນສະບັບນັ້ນມາຈາກໃສ
ເຂົາເຈົ້າຕອບວ່າ
ດຽວເຮົາເອົາມາໃຫ້ເຈົ້າຫົວໜຶ່ງ
ແລ້ວເຂົາເຈົ້າກໍເອົາມາໃຫ້
ແຕ່ຂ້ອຍກໍບໍ່ຮູ້ເລີຍວ່າ
ຂ້ອຍຕ້ອງຮຽນຄຳພີໄບເບິນນຳ
ຄັ້ງທຳອິດທີ່ຂ້ອຍໄປປະຊຸມພາກ
ຂອງພະຍານພະເຢໂຫວາ
ຢູ່ຫັ້ນມີຜູ້ຄົນເປັນໝື່ນ
ເມື່ອຂ້ອຍເຂົ້າໄປແລະເຫັນຫຼາຍຄົນແຕກຕ່າງກັນ
ບໍ່ວ່າຈະເປັນໜ້າຕາຫຼືສີຜິວ
ຄືກັບພະເຢໂຫວາກຳລັງບອກຂ້ອຍວ່າ
ລາຟີກາ! ຈື່ໄດ້ບໍ
ເຈົ້າເຄີຍຖາມເຮົາວ່າ
ຄົນທີ່ແຕກຕ່າງກັນ
ຈະມາຢູ່ຮ່ວມກັນເປັນໜຶ່ງດຽວໄດ້ບໍ
ເຫັນບໍ ເຮົາບໍ່ລຳອຽງ
ເຂົາເຈົ້າຢູ່ຮ່ວມກັນໄດ້
ແລະນັ້ນເຮັດໃຫ້ຂ້ອຍມີຄວາມສຸກຫຼາຍ
ແມ່ນ!
ນີ້ແຫຼະແມ່ນອົງການທີ່ຂ້ອຍຢາກຈະຢູ່
ຂ້ອຍເບິ່ງຜູ້ຄົນແບບທີ່ເຂົາເຈົ້າເປັນແທ້ໆ
ຂ້ອຍປະກາດແລະເປັນໝູ່ກັບໃຜກໍໄດ້
ຕອນນີ້ຂ້ອຍຮູ້ແລ້ວວ່າ
ຄຳພີໄບເບິນສອນຫຍັງແທ້ໆ
ຂ້ອຍມີຊີວິດທີ່ດີແບບນີ້
ເພາະຂ້ອຍຮູ້ວ່າ
ມີແຕ່ພະເຈົ້າແລະການປົກຄອງຂອງເພິ່ນເທົ່ານັ້ນ
ທີ່ເຮັດໃຫ້ໂລກມີສັນຕິສຸກໄດ້
ຄືກັບທີ່ພະເຢໂຫວາຊ່ວຍໃຫ້ຄົນຂອງເພິ່ນ
ເປັນໜຶ່ງດຽວກັນ
ຂ້ອຍຢາກໃຫ້ທຸກຄົນເປັນໜຶ່ງດຽວກັນ
ແລະມາຮູ້ຈັກພະເຢໂຫວາຄືກັບທີ່ຂ້ອຍຮູ້ຈັກ
ພະເຢໂຫວາຕອບຄຳອະທິດຖານຂອງຂ້ອຍແທ້ໆ