JW subtitle extractor

ປົກປ້ອງໂຕເອງຈາກຂໍ້ມູນທີ່ບໍ່ແມ່ນຄວາມຈິງ

Video Other languages Share text Share link Show times

ໃນແຕ່ລະມື້
ເຈົ້າອາດໄດ້ຮັບຂໍ້ມູນຫຼາຍຢ່າງ
ຈາກຫຼາຍຊ່ອງທາງ
ກະດີທີ່ເຮົາບໍ່ຕົກຂ່າວ
ແຕ່ບັນຫາຄື
ບໍ່ແມ່ນທຸກສິ່ງທີ່ເຮົາເຫັນ
ຫຼືໄດ້ຍິນຈະເປັນຄວາມຈິງ
ບາງຢ່າງເປັນຂໍ້ມູນຕົວະ
ເຊັ່ນ ຄວາມຄິດເຫັນ
ເລື່ອງຈິງແດ່ບໍ່ຈິງແດ່
ຂ່າວລືທີ່ບໍ່ມີຫຼັກຖານ
ຫຼືແມ່ນແຕ່ເປັນເລື່ອງຕົວະທີ່ເບິ່ງຄືໜ້າເຊື່ອຖື
ຂໍ້ມູນທີ່ບໍ່ແມ່ນຄວາມຈິງ
ບໍ່ພຽງແຕ່ເປັນເລື່ອງຕົວະ
ແຕ່ຍັງອັນຕະລາຍນຳ
ມັນອາດເຮັດໃຫ້ເຮົາຕັດສິນໃຈຜິດພາດ
ຫຼືບໍ່ຟັງຄຳເຕືອນ
ແລ້ວເຮົາຈະປົກປ້ອງໂຕເອງ
ຈາກຂໍ້ມູນຕົວະແນວໃດ?
ຄຳພີໄບເບິນບອກໄວ້ໃນໂຢບ 12:11 ທີ່ວ່າ
ຫູມີໄວ້ຟັງໃຫ້ດີໆ
ເພື່ອໃຫ້ແຍກໄດ້ວ່າອັນໃດດີອັນໃດຊົ່ວ
ຄືກັບລິ້ນທີ່ມີໄວ້ຊິມອາຫານ
ຖ້າເຈົ້າຊິມອາຫານແລ້ວເຫັນວ່າມັນບູດ
ເຈົ້າກໍຄືຊິຄາຍອອກມາ
ຄ້າຍຄືກັນ
ກ່ອນທີ່ເຈົ້າຈະເຊື່ອບາງຢ່າງ
ແລະສົ່ງຕໍ່ໃຫ້ຄົນອື່ນ
ເຈົ້າກໍຕ້ອງຄິດຕຶກຕອງດີໆວ່າມັນເຊື່ອຖືໄດ້ບໍ?
ມີສອງວິທີທີ່ເຈົ້າເຮັດໄດ້
ວິທີທຳອິດ
ຄິດໃຫ້ດີວ່າຕົ້ນຕໍຂອງຂໍ້ມູນນັ້ນມາຈາກໃສ
ບາງເທື່ອອາດມີການສະເໜີຂໍ້ມູນ
ໃນແບບທີ່ໜ້າເຊື່ອຖື
ແຕ່ເຮົາກໍຕ້ອງລະວັງ
ຍ້ອນຂໍ້ມູນອອນລາຍທີ່ເປັນຕາໜ້າເຊື່ອຖື
ອາດເປັນພຽງຂ່າວລື
ຫຼືຄວາມຄິດສ່ວນໂຕຂອງຜູ້ຂຽນ
ມີເຕັກໂນໂລຊີທີ່ໃຊ້ຕັດຕໍ່ຮູບພາບຂັ້ນສູງ
ທີ່ເອີ້ນວ່າດີບເຟກ
ຄົນທີ່ບໍ່ຫວັງດີອາດຕັດຕໍ່ໜ້າຫຼືສຽງ
ເພື່ອສ້າງຂ່າວປອມ
ໃຫ້ຄົນອື່ນເຂົ້າໃຈຜິດ
ສະນັ້ນ ເຖິງວ່າບາງເລື່ອງຈະມີຄົນແຊກັນຫຼາຍ
ແຕ່ໃຫ້ເຈົ້າເຮັດຕາມຄຳແນະນຳ
ໃນ 1 ເທຊະໂລນິກ 5:21
ທີ່ບອກວ່າ ໃຫ້ກວດເບິ່ງທຸກສິ່ງຈົນໝັ້ນໃຈ
ກວດເບິ່ງຈາກແຫຼ່ງອື່ນນຳ
ວ່າເລື່ອງທີ່ເຈົ້າໄດ້ຍິນມານັ້ນເປັນຄວາມຈິງບໍ?
ວິທີທີສອງ
ໃຫ້ເບິ່ງວ່າເຈດຕະນາຂອງເລື່ອງນັ້ນແມ່ນຫຍັງ
ເປັນການນຳສະເໜີຂໍ້ເທັດຈິງ
ຫຼືເປັນພຽງຄວາມເຫັນ
ຂອງຝ່າຍໃດຝ່າຍໜຶ່ງເທົ່ານັ້ນບໍ?
ບາງແຫຼ່ງຂ່າວ
ກໍອາດເອົາຂໍ້ມູນມາແຕ່ບາງສ່ວນ
ເພື່ອປັ່ນໃຫ້ເປັນກະແສ
ເພື່ອເຮັດໃຫ້ຄົນຄ້ອຍຕາມ
ບາງແຫຼ່ງກໍເຜີຍແຜ່ຂ່າວລືທີ່ບໍ່ມີຫຼັກຖານ
ເຊັ່ນ ອ້າງວ່າເຫດການບໍ່ດີເກີດຂຶ້ນ
ເປັນການວາງແຜນຂອງຄົນບາງກຸ່ມ
ຂໍ້ມູນແບບນີ້
ຕັ້ງໃຈເຮັດໃຫ້ຄົນມີອະຄະຕິແລະຊັງກັນ
ມັນແຜ່ງ່າຍແລະໄປໄວຄືກັບໄຟໄໝ້
ແຕ່ມັນບໍ່ແມ່ນຄວາມຈິງ
ແລະບາງເທື່ອມັນກໍເປັນແຕ່ເລື່ອງທີ່ແຕ່ງຂຶ້ນມາ
ເຈົ້າຕ້ອງລະວັງ
ຢ່າຖືກຕົວະ
ແຕ່ກ່ອນຈະເສຍເວລາ
ໄປກັບການກວດສອບເລື່ອງເຫຼົ່ານີ້
ເຈົ້າຕ້ອງຖາມໂຕເອງກ່ອນວ່າ
ເລື່ອງນີ້ສຳຄັນຕໍ່ຂ້ອຍແທ້ໆບໍ?
ວິທີໃສ່ຫົວຂໍ້ຂ່າວ
ກໍເຮັດໃຫ້ເລື່ອງທຳມະດາໆ
ເບິ່ງເປັນເລື່ອງທີ່ສຳຄັນຂຶ້ນມາກໍໄດ້
ຖ້າເຈົ້າຕາມຂ່າວທຸກເລື່ອງທີ່ເດັ້ງຂຶ້ນມາ
ເຈົ້າອາດໄດ້ຮັບຂໍ້ມູນຫຼາຍເກີນໄປ
ຫຼືເຄັ່ງຕຶງກັບເລື່ອງບໍ່ເປັນເລື່ອງ
ຖ້າເຈົ້າເລີ່ມຮູ້ສຶກແບບນັ້ນ
ລອງປິດແຈ້ງເຕືອນໃນອຸປະກອນຂອງເຈົ້າ
ແລະຄົ້ນຫາຫຼືອ່ານແຕ່ເລື່ອງທີ່ຈຳເປັນ
ທີ່ຈິງຂໍ້ມູນຕົວະ
ບໍ່ໄດ້ມີແຕ່ໃນອອນລາຍເທົ່ານັ້ນ
ມັນອາດຈະມາຈາກໝູ່
ຫຼືຄົນທີ່ເຈົ້າຮູ້ຈັກດີກໍໄດ້
ດັ່ງນັ້ນ ບໍ່ວ່າເຈົ້າຈະອ່ານຫຼືໄດ້ຍິນຫຍັງ
ບໍ່ວ່າມັນຈະມາຈາກໝູ່ຫຼືມາຈາກຄົນອື່ນ
ຂໍໃຫ້ຈື່ສຸພາສິດ 14:15 ທີ່ບອກວ່າ
ຄົນທີ່ຂາດປະສົບການເຊື່ອຄຳເວົ້າທຸກຄຳ
ແຕ່ຄົນຮອບຄອບຄິດຄັກໆກ່ຽວກັບຜົນທີ່ຈະຕາມມາ
ເວົ້າງ່າຍໆກໍຄື
ຢ່າເຊື່ອທຸກຢ່າງທີ່ເຈົ້າໄດ້ຍິນ
ໂດຍບໍ່ຄິດໃຫ້ດີກ່ອນ
ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ
ເຮົາຈະບໍ່ເຊື່ອໃຜເລີຍ
ຖ້າເຈົ້າໄດ້ຍິນເລື່ອງຫຍັງ
ທີ່ເຮັດໃຫ້ເຈົ້າກັງວົນແລະສົງໄສ
ຂໍໃຫ້ໄປຫາຄົນທີ່ເຈົ້າໄວ້ໃຈ
ແລະມີປະສົບການຫຼາຍກວ່າເຈົ້າ
ແລ້ວລາວຈະຊ່ວຍໃຫ້ເຈົ້າເບິ່ງອອກ
ວ່າອັນໃດຄືຄວາມຈິງ
ສະນັ້ນ ຖ້າເຈົ້າກວດສອບທີ່ມາຂອງຂໍ້ມູນ
ຄິດເຖິງເຈດຕະນາຂອງເລື່ອງທີ່ເຈົ້າໄດ້ຍິນ
ແລະບໍ່ຮັບຂໍ້ມູນທີ່ບໍ່ຈຳເປັນ
ເຈົ້າກໍຈະໄດ້ຮັບຂໍ້ມູນແທ້
ບໍ່ແມ່ນຂໍ້ມູນຕົວະ
ເຊິ່ງຈະຊ່ວຍເຈົ້າໃຫ້ປອດໄພ
ແລະຕັດສິນໃຈຢ່າງຖືກຕ້ອງ