JW subtitle extractor

ໄດ້ໝູ່ແບບບໍ່ຄາດຄິດ

Video Other languages Share text Share link Show times

ຂ້ອຍຊື່ອາຄິວ
ຕອນອາຍຸ 18 ຄອບຄົວຂ້ອຍຍ້າຍໄປຢູ່ອີກເມືອງໜຶ່ງ
ຂ້ອຍຮູ້ສຶກເຫງົາຫຼາຍທີ່ຕ້ອງຈາກໝູ່ໄປ
ແລະຕອນນີ້ຂ້ອຍກໍບໍ່ແນ່ໃຈວ່າ
ຈະຫາໝູ່ໃໝ່ໄດ້ບໍ?
ທັງພໍ່ແລະແມ່ເບິ່ງຄືຊິມີຄວາມສຸກດີ
ຂ້ອຍເລີຍບໍ່ຢາກເຮັດໃຫ້ພວກເພິ່ນຮູ້ສຶກບໍ່ດີ
ໂດຍບອກວ່າ ແທ້ໆແລ້ວຂ້ອຍຮູ້ສຶກແນວໃດ
ໂຮງຮຽນໃໝ່ ກໍບໍ່ໄດ້ມີຫຍັງພິເສດ
ຈົນຂ້ອຍໄດ້ມາເຈິກັບເຄເມຣອນ
ລາວເບິ່ງເປັນຄົນທີ່ໜ້າຄົບ
ບໍ່ດົນ ຂ້ອຍກໍເລີ່ມສະໜິດກັບໝູ່ຄູ່ຂອງລາວ
ບາງສິ່ງທີ່ດາວິດເຊື່ອເປັນຄວາມຈິງ
ລາວພິສູດໃຫ້ເຫັນຈາກການຄົບໝູ່ຂອງລາວ
ເມື່ອເຮົາຄິດເຖິງມິດຕະພາບ
ທີ່ໃກ້ຊິດກັນທີ່ສຸດທີ່ບັນທຶກໃນພະຄຳພີ
ເຮົາຄິດເຖິງຕົວຢ່າງຂອງດາວິດກັບໂຢນາທານ
ດາວິດກັບໂຢນາທານມີຫຍັງທີ່ຄືກັນ
ແມ່ນອາຍຸບໍ?
ອາຄິວ ລູກສົ່ງຂໍ້ຄວາມລະຫວ່າງການປະຊຸມ
ແມ່ນ ລູກບໍ່ຄວນສົ່ງຂໍ້ຄວາມ ລູກຂໍໂທດ
ແຕ່ເຄເມຣອນກໍເປັນຄົນດີໄດ໋ແມ່
ມື້ໜຶ່ງລາວອາດຈະມາສຶກສາກໍໄດ້
ພໍ່ເຂົ້າໃຈລູກ ອາຄິວ
ແຕ່ເຮົາທຸກຄົນຕ້ອງລະວັງເລື່ອງການໃຊ້ເວລາ
ກັບຄົນທີ່ບໍ່ໄດ້ຮັກພະເຢໂຫວາ
ເຂົາເຈົ້າບໍ່ໄດ້ມີຄວາມເຊື່ອຄືເຮົາ
ສຸພາສິດ ບົດ 13 ຂໍ້ 20 ບອກໃຫ້ຄົບກັບ
ຄົນສະຫຼາດ
ເປັນຫຍັງລູກບໍ່ລອງຫາໝູ່ຄູ່ທີ່ຮັກພະເຢໂຫວາເບິ່ງ?
ແລະລູກຈະມີໝູ່ແທ້ຕະຫຼອດໄປ
ລູກຈະເຮັດແບບນັ້ນໄດ້ແນວໃດ?
ໃນປະຊາຄົມບໍ່ມີໃຜອາຍຸລຸ້ນດຽວກັບລູກເລີຍ
ໝູ່ທີ່ດີອາດມາໃນແບບທີ່ເຮົາຄາດບໍ່ເຖິງກໍໄດ້
ແມ່ ລູກເຄີຍມີໝູ່ທີ່ດີໄດ໋
ກ່ອນທີ່ເຮົາຈະຍ້າຍມາຫັ້ນເດະ
ຄືນນັ້ນເຮົາທຸກຄົນຮູ້ສຶກບໍ່ດີ
ມື້ຕໍ່ມາ
ເຄເມຣອນໂພດສ໌ຮູບງານລ້ຽງທີ່ລາວຈັດ
ພໍ່ກັບແມ່ເວົ້າຖືກແທ້ໆ
ຂ້ອຍຈຶ່ງເຊົາຄົບກັບເຄເມຣອນ
ແລະໝູ່ຄູ່ຂອງລາວ
ແຕ່ຂ້ອຍກໍຍັງຫາໝູ່ບໍ່ໄດ້ຢູ່ດີ
ອາຄິວ! ເສົານີ້ວາງແຜນວ່າຈະອອກປະກາດບໍ?
ເອີ.... ບໍ່...
ຊັ້ນຂ້ອຍຂໍຄູ່ກັບເຈົ້າເດີ້
ເຈິກັນ 9 ໂມງເຄິ່ງເນາະ
ຫຼັງຈາກປະກາດ
ພີ່ນ້ອງແມັກຊວນຂ້ອຍໄປກິນເຂົ້າໜົມຢູ່ເຮືອນ
ຖ່າຍເອງໝົດເລີຍບໍ?
ມັກບໍ? ມັກ !
ເມຍຂ້ອຍມັກຈະເປັນຄົນຖ່າຍ
ລາວມັກຖ່າຍຮູບຫຼາຍ
ມີມື້ຄົບຮອບແຕ່ງດອງເທື່ອໜຶ່ງ
ລາວອອກໄປຊື້ກ້ອງໃໝ່ໃຫ້ຂ້ອຍ
ຕັ້ງແຕ່ຕອນນັ້ນ
ຂ້ອຍເລີຍມັກຖ່າຍຮູບໄປນຳ
ເວລາຜ່ານໄປໄວແທ້ໆ
ບໍ່ຢາກເຊື່ອເລີຍວ່າ
ລາວເສຍໄປຕັ້ງ 12 ປີແລ້ວ
ເສຍໃຈນຳເດີ້
ບໍ່ເປັນຫຍັງ
ແຕ່ເຈົ້າຍັງຖ່າຍຮູບຢູ່ແມ່ນບໍ?
ຖ່າຍຕົ້ວ
ຂ້ອຍມັກຖ່າຍຮູບຫຼາຍ
ການໄດ້ໃກ້ຊິດກັບສິ່ງທີ່ພະເຢໂຫວາສ້າງ
ເປັນສິ່ງທີ່ວິເສດຫຼາຍ
ນັ້ນເຮັດໃຫ້ຂ້ອຍບໍ່ລືມວ່າ ເຮົາບໍ່ໄດ້ຢູ່ຄົນດຽວ ແມ່ນບໍ?
ໝູ່ທີ່ດີ ມາແບບບໍ່ຄາດຄິດ
ແຖມເປັນຄົນລະໄວກັນນຳ
ແຮ່ງຂ້ອຍໃຊ້ເວລາກັບພີ່ນ້ອງແມັກຫຼາຍສ່ຳໃດ
ຂ້ອຍແຮ່ງຮູ້ສຶກຄືດາວິດກັບໂຢນາທານ
ເຂົາເຈົ້າບໍ່ໄດ້ເປັນໝູ່ກັນຍ້ອນອາຍຸໃກ້ຄຽງກັນ
ແຕ່ຍ້ອນເຂົາເຈົ້າຮັກພະເຢໂຫວາ
ແລະເຂົາເຈົ້າຄອຍຊ່ວຍເຫຼືອກັນ
ພີ່ນ້ອງແມັກຊ່ວຍຂ້ອຍ
ໃຫ້ເຮັດກິດຈະກຳຂອງຄລິດສະຕຽນ
ຢ່າງສະໝ່ຳສະເໝີ
ໂດຍບໍ່ມີຫຍັງຂັດຂວາງ
ເຖິງວ່າເຮົາຈະອາຍຸຕ່າງກັນ
ແຕ່ພີ່ນ້ອງແມັກກໍເປັນໝູ່ທີ່ດີຂອງຂ້ອຍ
ຂ້ອຍພຽງແຕ່ຕ້ອງເບິ່ງ
ສິ່ງທີ່ຢູ່ຕໍ່ໜ້າ