JW subtitle extractor

ວັນຄລິດສະມາດມີຕົ້ນກຳເນີດມາຈາກໃສ?

Video Other languages Share text Share link Show times

ຫຼາຍຄົນຮູ້ສຶກວ່າ
ວັນຄລິດສະມາດເປັນຊ່ວງເວລາທີ່ພິເສດຂອງປີ
ເປັນເວລາທີ່ທຸກຄົນໃນຄອບຄົວມາລວມໂຕກັນ
ແລະສະຫຼອງນຳກັນ
ແລະຫຼາຍຄົນເບິ່ງວ່າ
ຄລິດສະມາດເປັນການສະຫຼອງວັນເກີດພະເຢຊູ
ແຕ່ເຈົ້າຮູ້ບໍ ພວກລູກສິດລຸ້ນທຳອິດຂອງພະເຢຊູ
ບໍ່ໄດ້ສະຫຼອງວັນເກີດຂອງເພິ່ນ
ແລະໃນຄຳພີໄບເບິນກໍບໍ່ມີຄຳວ່າຄລິດສະມາດ
ແລະບໍ່ໄດ້ເວົ້າເຖິງ
ການສະຫຼອງວັນເກີດຂອງພະເຢຊູເລີຍ
ຄັນຊັ້ນ ວັນຄລິດສະມາດມາຈາກໃສ
ໃຫ້ເຮົາມາເບິ່ງນຳກັນ
ໃນທຸກມື້ນີ້
ແຕ່ລະບ່ອນສະຫຼອງຄລິດສະມາດບໍ່ຄືກັນ
ແຕ່ທີ່ຄືກັນກໍຄື
ເຂົາເຈົ້າເອົາທຳນຽມຂອງພວກນອກຮີດ
ມາປະສົມກັບເລື່ອງໂຊກລາງ
ໃນເອີຣົບ ຄົນເຄວສ໌ບູຮານເຊື່ອວ່າ
ການທີ່ກາງຄືນຍາວກວ່າກາງເວັນໃນລະດູໜາວ
ແມ່ນເປັນຍ້ອນຕາເວັນຢຸດເຄື່ອນທີ່
ເຂົາເຈົ້າຈຶ່ງເອົາທ່ອນໄມ້ໃຫຍ່ມາດັງໄຟ
ເພາະເຊື່ອວ່າຕາເວັນຈະເຄື່ອນທີ່ອີກຄັ້ງ
ແລະເຂົາເຈົ້າຍັງເອົາໃບໄມ້ສີຂຽວມາຕົກແຕ່ງເຮືອນນຳ
ເພາະເຊື່ອວ່າຈະປົກປ້ອງຄອບຄົວຈາກສິ່ງຊົ່ວຮ້າຍໄດ້
ທຳນຽມນອກຮີດນີ້
ເຮັດມາຕັ້ງແຕ່ສະໄໝກ່ອນພະເຢຊູ
ແລະຕອນນີ້ກໍຍັງເຮັດຢູ່
ໂດຍປ່ຽນມາໃຊ້ຕົ້ນຄລິດສະມາດ
ແລະເຄື່ອງຕົກແຕ່ງອື່ນໆ
ໃນຄຳພີໄບເບິນບໍ່ໄດ້ບອກວ່າ
ພະເຢຊູເກີດມື້ໃດ
ແຕ່ບອກວ່າ
ໃນຄືນທີ່ເພິ່ນເກີດ
ຄົນລ້ຽງແກະພາຝູງແກະອອກໄປທົ່ງຫຍ້າ
ເຊິ່ງເຂົາເຈົ້າຈະບໍ່ເຮັດແບບນັ້ນ
ໃນຊ່ວງລະດູໜາວທີ່ໜາວຈັດ
ແລ້ວເປັນຫຍັງ
ຈຶ່ງມີການສະຫຼອງວັນເກີດຂອງພະເຢຊູ
ໃນເດືອນທັນວາ
ຄົນໂລມໃນສະໄໝບູຮານ
ຈັດງານສະຫຼອງໃນລະດູໜາວ
ເພື່ອຍົກຍ້ອງສັນລະເສີນແຊັດເທິນ
ເທບພະເຈົ້າແຫ່ງການກະເສດ
ເທດສະການນີ້ສະຫຼອງດົນກວ່າໜຶ່ງອາທິດ
ມີການໃຫ້ຂອງຂວັນ
ແລະກິນລ້ຽງກັນຈົນເມົາ
ມື້ສຸດທ້າຍຂອງການສະຫຼອງແມ່ນວັນທີ 25 ທັນວາ
ເຊິ່ງເປັນວັນເກີດຂອງມິທຣາ
ເທບພະເຈົ້າແຫ່ງດວງຕາເວັນ
ປະມານ 300 ປີຫຼັງຈາກທີ່ພະເຢຊູຕາຍ
ພວກຜູ້ນຳຂອງຄລິດຕະຈັກ
ໄດ້ເອົາການສະຫຼອງນີ້
ມາເປັນວັນເກີດຂອງພະເຢຊູ
ນີ້ເລີຍເປັນການປະສົມປະສານຄວາມເຊື່ອ
ຂອງພວກນອກຮີດກັບຄລິດສະຕຽນ
ແລ້ວຊານຕາຄອດເດ
ມາແຕ່ໃສ?
ລາວມາຈາກການປະສົມປະສານ
ໂຕລະຄອນໃນຈິນຕະນາການ
ທີ່ຂີ່ພາຫະນະຢູ່ເທິງທ້ອງຟ້າ
ລາວເອົາຂອງຂວັນກັບເຂົ້າໜົມໃຫ້ເດັກນ້ອຍທີ່ປະພຶດໂຕດີ
ແລະລົງໂທດເດັກນ້ອຍທີ່ເຮັດບໍ່ດີຢ່າງໂຫດຮ້າຍ
ປະມານປີ 1915
ເລີ່ມມີການໃຊ້ຮູບພາບຂອງຊານຕາຄອດ
ເພື່ອດຶງດູດຄົນໃຫ້ມາຊື້ເຄື່ອງ
ຕັ້ງແຕ່ນັ້ນມາ
ຊ່ວງເວລາວັນຄລິດສະມາດ
ກໍເປັນຊ່ວງເວລາທີ່ຮ້ານຄ້າ
ຂາຍເຄື່ອງໄດ້ກຳໄລຫຼາຍທີ່ສຸດ
ທີ່ຈິງ ຫຼາຍຄົນສະຫຼອງຄລິດສະມາດ
ກໍຍ້ອນພຽງແຕ່ຢາກໃຊ້ເວລາກັບຄົນທີ່ເຂົາເຈົ້າຮັກ
ກິນອາຫານທີ່ແຊບໆ
ແລະໃຫ້ຂອງຂວັນກັນ
ເຊິ່ງເບິ່ງຄືວ່າເປັນເລື່ອງທີ່ດີ
ແລະບໍ່ມີຫຍັງເສຍຫາຍ
ແຕ່ຄືກັບທີ່ເຮົາຮູ້
ຕົ້ນກຳເນີດຂອງຄລິດສະມາດ
ມາຈາກການນະມັດສະການ
ທີ່ບໍ່ແມ່ນຂອງຄລິດສະຕຽນ
ເລື່ອງນີ້ສຳຄັນບໍ?
ພະເຈົ້າກັບພະເຢຊູຮູ້ສຶກແນວໃດ?
ພະເຢຊູບອກວ່າ
ພະເຈົ້າຢາກໃຫ້ເຮົານະມັດສະການເພິ່ນ
ແບບທີ່ສອດຄ່ອງກັບຄວາມຈິງ
ລອງຄິດເບິ່ງແມ້
ຖ້າຫາກເຮົາຢາກນະມັດສະການພະເຈົ້າ
ໃນແບບທີ່ຖືກຕ້ອງ
ເຮົາຈະສະຫຼອງວັນພັກ
ທີ່ມີຕົ້ນຕໍມາຈາກສາສະໜາປອມບໍ?
ມີຫຼາຍລ້ານຄົນເຄີຍເຊື່ອວ່າ
ການສະຫຼອງຄລິດສະມາດບໍ່ໄດ້ຜິດຫຍັງ
ແຕ່ເມື່ອເຂົາເຈົ້າໄດ້ຍິນຄວາມຈິງກ່ຽວກັບເລື່ອງນີ້
ເຂົາເຈົ້າກໍຕັດສິນໃຈເຊົາສະຫຼອງຄລິດສະມາດ
ແຕ່ເຂົາເຈົ້າກໍຍັງໄປຫາຄອບຄົວ
ກິນເຂົ້ານຳກັນ
ແລະໃຫ້ຂອງຂວັນກັນ
ເຂົາເຈົ້າເຮັດແບບນີ້ໄດ້ໝົດປີ
ໂດຍບໍ່ຕ້ອງຢ້ານວ່າຈະເຮັດໃຫ້ພະເຈົ້າເສຍໃຈ
ຖ້າເຈົ້າຢາກຮູ້ວ່າ
ຄຳພີໄບເບິນບອກແນວໃດກ່ຽວກັບເລື່ອງນີ້
ແລະເລື່ອງອື່ນໆ
ໄປທີ່ເວັບໄຊ JW.ORG