JW subtitle extractor

ເຄັດລັບການອ່ານຄຳພີໄບເບິນ

Video Other languages Share text Share link Show times

ຄຳພີໄບເບິນ
ເປັນປຶ້ມທີ່ມີການພິມອອກມາຫຼາຍທີ່ສຸດໃນໂລກ
ແຕ່ຫຼາຍຄົນຮູ້ສຶກວ່າ
ການອ່ານຄຳພີໄບເບິນເປັນເລື່ອງທີ່ຍາກຫຼາຍ
ແລະໃຊ້ເວລາດົນຊົ່ວຊິອ່ານຈົບ
ຖ້າເຈົ້າຮູ້ສຶກແບບນີ້
ມັນກໍບໍ່ແປກ
ຕໍ່ໄປນີ້
ເປັນເຄັດລັບທີ່ຈະຊ່ວຍເຈົ້າໃຫ້ເລີ່ມອ່ານຄໍາພີໄບເບິນ
ແລະມ່ວນກັບການອ່ານໄດ້
ທຳອິດ ໃຫ້ເລືອກອ່ານຄຳພີໄບເບິນ
ສະບັບແປໃໝ່ທີ່ເຊື່ອຖືໄດ້ແລະເຂົ້າໃຈງ່າຍ
ບາງສະບັບທີ່ຫຼາຍຄົນມັກໃຊ້
ແປມາໄດ້ຫຼາຍຮ້ອຍປີແລ້ວ
ແລະໃຊ້ພາສາທີ່ຄົນໃນທຸກມື້ນີ້ເຂົ້າໃຈຍາກ
ແຕ່ສະບັບແປໃໝ່ທີ່ໃຊ້ພາສາໃນປະຈຸບັນ
ຈະເຮັດໃຫ້ເຂົ້າໃຈຄຳພີໄບເບິນໄດ້ງ່າຍກວ່າ
ຕົວຢ່າງເຊັ່ນ
ຄຳພີໄບເບິນສະບັບແປໂລກໃໝ່
ເປັນໝຶ່ງໃນສະບັບແປທີ່ອ່ານເຂົ້າໃຈງ່າຍ
ແລະໜ້າເຊື່ອຖືຫຼາຍທີ່ສຸດ
ຕໍ່ໄປ ໃຫ້ເລືອກວ່າຈະເລີ່ມອ່ານຈາກໃສ
ເຈົ້າອາດຈະຄິດວ່າ
ຄວນຈະເລີ່ມອ່ານຕັ້ງແຕ່ໜ້າທຳອິດ
ເຮັດແບບນັ້ນກໍໄດ້
ແຕ່ຄຳພີໄບເບິນ
ເປັນປຶ້ມທີ່ປະກອບດ້ວຍປຶ້ມນ້ອຍໆ 66 ຫົວ
ບາງຫົວເວົ້າເຖິງປະຫວັດສາດ
ສ່ວນບາງຫົວກໍເປັນບົດກອນ
ບາງຫົວກໍເວົ້າກ່ຽວກັບນິມິດແລະຄຳພະຍາກອນ
ແທນທີ່ຈະເລີ່ມອ່ານຕັ້ງແຕ່ຕົ້ນຈົນຈົບ
ບາງຄົນເລີ່ມອ່ານຈາກເລື່ອງທີ່ເຂົາເຈົ້າສົນໃຈ
ຫຼືມັກເປັນພິເສດ
ເຊັ່ນ ຖ້າເຈົ້າມັກບົດກອນ
ເຈົ້າອາດຈະເລີ່ມອ່ານຈາກປຶ້ມເພງສັນລະເສີນ
ເຊິ່ງເປັນປຶ້ມທີ່ໃຊ້ຄຳເວົ້າທີ່ສວຍງາມ
ແລະມີຄຳແນະນຳໃຊ້ໄດ້ແທ້
ຫຼືເຈົ້າອາດຈະເລີ່ມອ່ານຈາກປຶ້ມມາຣະໂກ
ເຊິ່ງເປັນປຶ້ມທີ່ສັ້ນ
ແລະມີເລື່ອງທີ່ໜ້າຕື່ນເຕັ້ນກ່ຽວກັບຊີວິດຂອງພະເຢຊູ
ຖ້າເຈົ້າອ່ານປຶ້ມມາຣະໂກ
ພຽງແຕ່ບໍ່ເທົ່າໃດນາທີຕໍ່ມື້
ເຈົ້າອາດຈະໃຊ້ເວລາບໍ່ຮອດ 10 ມື້ກໍອ່ານຈົບແລ້ວ
ໃຫ້ຟັງຟາຍສຽງການອ່ານຄຳພີໄບເບິນ
ເພາະມັນຈະຊ່ວຍເຈົ້າໃຫ້ນຶກພາບກ່ຽວກັບເຫດການ
ແລະເຂົ້າໃຈເລື່ອງທີ່ຢູ່ໃນຄຳພີໄບເບິນໄດ້ງ່າຍຂຶ້ນ
“ເມື່ອພະເຢຊູເຂົ້າໄປໃນເມືອງເຢຣູຊາເລັມ
ຄົນໝົດເມືອງກໍພາກັນຕື່ນແລະຖາມວ່າ:
‘ຜູ້ນີ້ແມ່ນໃຜ?’
ຄົນທີ່ຢູ່ນຳເພິ່ນເວົ້າວ່າ:
‘ຜູ້ນີ້ແມ່ນເຢຊູ.
ລາວແມ່ນຜູ້ພະຍາກອນຈາກເມືອງນາຊາເຣັດແຂວງຄາລີເລ.’”
ຖ້າໃນພາສາຂອງເຈົ້າມີໄຟສຽງການອ່ານຄຳພີໄບເບິນ
ກໍໃຫ້ໃຊ້ປະໂຫຍດຈາກສິ່ງນີ້
ເພາະເຈົ້າຈະຟັງຕອນໃດກໍໄດ້
ຕອນອ່ານຄຳພີໄບເບິນ
ຖ້າເຈົ້າມີຄຳຖາມແລະຢາກຮູ້ຫຼາຍຂຶ້ນ
ເຈົ້າອາດຈະຊອກຫາຄຳຕອບໂດຍໃຊ້ເຄື່ອງມືຄົ້ນຄວ້າ
ເຈົ້າຊອກເຄື່ອງມືນີ້ໄດ້ໃນເວັບໄຊ jw.org
ເຄື່ອງມືນີ້ຈະຊ່ວຍເຈົ້າໃຫ້ເຫັນຂໍ້ຄຳພີ
ກ່ຽວກັບເລື່ອງທີ່ເຈົ້າຢາກຮູ້
ເຊັ່ນ ວິທີຮັບມືກັບຄວາມເຄັ່ງຕຶງ
ເຈົ້າຍັງສາມາດອ່ານ
ຫຼືດາວໂຫຼດຄຳພີໄບເບິນສະບັບແປໂລກໃໝ່
ເຊິ່ງເປັນສະບັບແປທີ່ອ່ານງ່າຍ
ແລະມີເຄື່ອງມືຄົ້ນຄວ້າຫຼາຍຢ່າງທີ່ເປັນປະໂຫຍດ
ແຖມຍັງມີໃຫ້ດາວໂຫຼດໄດ້ຟຼີໃນຫຼາຍຮ້ອຍພາສາ
ບໍ່ວ່າເຈົ້າຈະເລືອກອ່ານຄຳພີໄບເບິນແບບໃດ
ມັນກໍຄຸ້ມຄ່າທີ່ຈະອ່ານແລະຄົ້ນຄວ້າ
ຍ້ອນໃນປຶ້ມນີ້ມີຄຳແນະນຳທີ່ໃຊ້ໄດ້ແທ້
ໃນທຸກຍຸກທຸກສະໄໝ
ແລະບໍ່ວ່າວັດທະນະທຳໃດກໍໃຊ້ໄດ້
ແລະຍັງຊ່ວຍໃຫ້ຮູ້ຄຳຕອບ
ຂອງຄຳຖາມທີ່ສຳຄັນກ່ຽວກັບຊີວິດນຳ
ຫຼາຍລ້ານຄົນເຫັນວ່າ
ການອ່ານຄຳພີໄບເບິນບໍ່ພຽງແຕ່ມີປະໂຫຍດເທົ່ານັ້ນ
ແຕ່ຍັງຊ່ວຍປ່ຽນຊີວິດເຂົາເຈົ້າໃຫ້ດີຂຶ້ນນຳ
ເຈົ້າກໍໜ້າຈະລອງອ່ານເບິ່ງ
ເພື່ອຈະຮູ້ຫຼາຍຂຶ້ນກ່ຽວກັບຄຳພີໄບເບິນ
ຂໍໃຫ້ເບິ່ງເວັບໄຊ JW.ORG