JW subtitle extractor

ພະເຈົ້າຍອມຮັບການໃຊ້ຮູບບູຊາໃນການນະມັດສະການບໍ?

Video Other languages Share text Share link Show times

ມະນຸດຢາກໃກ້ຊິດກັບພະເຈົ້າ
ມາຕັ້ງແຕ່ສະໄໝບູຮານແລ້ວ
ຄວາມຕ້ອງການແບບນີ້ເປັນສິ່ງທີ່ດີ
ຄຳພີໄບເບິນບອກວ່າ
ຖ້າເຮົາຊອກຫາພະເຈົ້າ
ເຮົາຈະພົບເພິ່ນ
ແລະໃກ້ຊິດກັບເພິ່ນໄດ້
ແຕ່ເຮົາແນມບໍ່ເຫັນພະເຈົ້າ
ແລ້ວເຮົາໃກ້ຊິດກັບເພິ່ນໄດ້ແນວໃດ
ຮູບບູຊາຈະຊ່ວຍເຮົາໃຫ້ໃກ້ຊິດກັບພະເຈົ້າໄດ້ບໍ
ບາງຄົນໃຊ້ຮູບປັ້ນໃນການນະມັດສະການ
ບາງຄົນໃຊ້ສັນຍາລັກຫຼືຮູບພາບ
ເພື່ອນະມັດສະການພະຂອງເຂົາເຈົ້າ
ແຕ່ການເຮັດແບບນີ້
ຈະແຮ່ງເຮັດໃຫ້ຄົນເຮົາຫ່າງໄກຈາກພະເຈົ້າ
ເປັນຫຍັງຈຶ່ງເປັນແນວນັ້ນ
ຂໍໃຫ້ຄິດເຖິງສິ່ງທີ່ເກີດຂຶ້ນໃນຄຳພີໄບເບິນ
ເມື່ອຄົນອິດສະຣາເອນບູຮານຫຼໍ່ຮູບງົວ
ເພື່ອໃຊ້ນະມັດສະການພະເຈົ້າ
ແລະເຂົາເຈົ້າບອກວ່າ
ຈະລ້ຽງສະຫຼອງໃຫ້ພະເຢໂຫວາ
ພະເຈົ້າຂອງເຂົາເຈົ້າ
ພະເຈົ້າຍອມຮັບການນະມັດສະການແບບນີ້ບໍ
ບໍ່!
ເພິ່ນບອກວ່າເພິ່ນບໍ່ພໍໃຈສິ່ງທີ່ເຂົາເຈົ້າເຮັດ
ລອງຄິດເບິ່ງ
ແທນທີ່ຮູບບູຊານັ້ນ
ຈະຊ່ວຍເຂົາເຈົ້າໃຫ້ໃກ້ຊິດກັບພະເຈົ້າ
ມັນພັດເຮັດໃຫ້ເຂົາເຈົ້າຫ່າງໄກຈາກເພິ່ນ
ທີ່ຈິງພວກຜູ້ນຳຂອງໂລກໃນສະໄໝບູຮານ
ຖືກເບິ່ງວ່າເປັນພະເຈົ້າຢູ່ເລື້ອຍໆ
ແລະໃຫ້ສ້າງຮູບປັ້ນຂອງຕົວເອງຂຶ້ນມາ
ແຕ່ພະເຢໂຫວາພະເຈົ້າ
ມະຫາກະສັດທີ່ຍິ່ງໃຫຍ່ກວ່າ
ພະອື່ນທັງໝົດ
ບອກຄົນຂອງເພິ່ນບໍ່ໃຫ້ສ້າງ
ຫຼືໃຊ້ຮູບບູຊາ
ໃນການນະມັດສະການ
ເພິ່ນບອກວ່າ......
ຫຼາຍກ່ວາ 1500 ປີຕໍ່ມາ
ລູກສິດຂອງພະເຢຊູກໍໄດ້ຮັບຄຳສັ່ງນີ້ຄືກັນ
ອັກຄະສາວົກໂຢຮັນ
ຂຽນເຖິງຄລິດສະຕຽນລຸ້ນທຳອິດວ່າ
ຢ່າຫຍຸ້ງກ່ຽວກັບຮູບບູຊາ
ເປັນຫຍັງພະເຈົ້າບໍ່ໃຫ້ໃຊ້ຮູບບູຊາ
ເພິ່ນບອກວ່າ
ພະເຈົ້າເຊີນເຮົາແຕ່ລະຄົນໃຫ້ໃກ້ຊິດກັບເພິ່ນ
ແລະອະທິດຖານເຖິງເພິ່ນໂດຍກົງ
ໂດຍບໍ່ຕ້ອງໃຊ້ຮູບບູຊາ
ເພື່ອຈະຮູ້ຫຼາຍຂຶ້ນ
ຂໍໃຫ້ເບິ່ງໃນເວັບໄຊ JW.ORG
ຫຼືຂຽນແບບຟອມໃນເວັບໄຊນີ້
ເພື່ອຂໍໃຫ້ພະຍານພະເຢໂຫວາມາຫາ
ໃນເວລາແລະສະຖານທີ່ທີ່ເຈົ້າສະດວກ