JW subtitle extractor

ອາດທ໌ກັບແຊນນ້າ ເຄເປີສ໌: ຄຳສອນຂອງພະເຈົ້າເຮັດໃຫ້ເຮົາມີຊີວິດຄູ່ທີ່ມີຄວາມສຸກອີກຄັ້ງ

Video Other languages Share text Share link Show times

ເຮົາຮຽນຈົບມໍປາຍໃນເດືອນ 6
ແຕ່ງດອງໃນເດືອນ 7
ແລ້ວກໍມີລູກໃນເດືອນ 11
ຕອນນັ້ນເຮົາມີຄວາມສຸກຫຼາຍ
ມື້ໜຶ່ງ ມີພະຍານພະເຢໂຫວາສອງຄົນ
ມາເຄາະປະຕູເຮືອນເຮົາ
ແລ້ວລາວໃຫ້ຂ້ອຍເບິ່ງ
ເພງສັນລະເສີນ ບົດ 83 ຂໍ້ 18 ຂໍ້ນັ້ນບອກວ່າ
ພະເຈົ້າຊື່ເຢໂຫວາ
ເຂົາເຈົ້າຊວນຂ້ອຍໃຫ້ຮຽນຄຳພີໄບເບິນ
ແຕ່ຂ້ອຍກໍຮຽນໄດ້
ພຽງແຕ່ສອງສາມອາທິດເທົ່ານັ້ນ
ເມື່ອເຮົາມີລົດ
ເຮົາກໍເລີ່ມອອກໄປສັງສານປາຕີ້ກັບໝູ່
ເລີ່ມສູບຢາ ເສບຢາ ແລະກໍດື່ມເຫຼົ້າ
ສິ່ງເຫຼົ່ານີ້ທຳລາຍຊີວິດຄູ່ຂອງເຮົາ
ເຮົາຄິດວ່າ ຖ້າເຮົາຍ້າຍອອກຈາກເມືອງ
ຍ້າຍໄປໃຫ້ໄກຈາກໝູ່ເກົ່າໆກໍອາດຈະຊ່ວຍໄດ້
ແຕ່ມັນພັດເຮັດໃຫ້ຮ້າຍແຮງກວ່າເກົ່າ
ຂ້ອຍມັກເບສບອນຫຼາຍ
ຈົນມັນສຳຄັນຫຼາຍກວ່າເມຍຂ້ອຍອີກ
ຂ້ອຍມີບັນຫາເລື່ອງການນັບຖືຜົວ
ມີຫຼາຍເທື່ອທີ່ຂ້ອຍຮູ້ສຶກວ່າ
ຂ້ອຍສະຫຼາດກວ່າລາວ
ຂ້ອຍກໍເລີຍຄິດວ່າ
ຂ້ອຍສາມາດຕັດສິນໃຈໄດ້ດີກວ່າລາວດ້ວຍຊ້ຳ
ຕໍ່ມາ ເເຊນນ້າກໍຖິ້ມຂ້ອຍ ໄປມີຄົນອື່ນ
ມັນເຮັດໃຫ້ຂ້ອຍເສຍໃຈຫຼາຍ
ຍ້ອນເເຊນນ້າຕິດຢາເສບຕິດ
ສານກໍເລີຍຕັດສິນໃຫ້ຂ້ອຍຕ້ອງເບິ່ງແຍງລູກ
ຕອນນັ້ນຂ້ອຍຄິດວ່າ
ຂ້ອຍບໍ່ຢາກໃຊ້ຊີວິດແບບນີ້ອີກແລ້ວ
ແລ້ວຂ້ອຍກໍຄິດຮອດພະເຢໂຫວາຂຶ້ນມາທັນທີ
ຂ້ອຍກໍເລີຍຄຸເຂົ່າລົງ
ແລ້ວອະທິດຖານຫາພະເຢໂຫວາ
ບອກເພິ່ນວ່າ
ຂໍຊ່ວຍໃຫ້ຂ້ອຍຮູ້ແດ່
ວ່າຂ້ອຍຄວນເຮັດແນວໃດ
ແລ້ວຂ້ອຍໄປຫາເບີໂທລະສັບຂອງພະຍານພະເຢໂຫວາ
ຢູ່ໃນປຶ້ມທີ່ບັນທຶກເບີໂທລະສັບ
ເຂົາເຈົ້າເອົາປຶ້ມຫົວໜຶ່ງທີ່ຊື່ວ່າ
ຊີວິດຄອບຄົວໃຫ້ກັບຂ້ອຍ
ຂ້ອຍໄດ້ເອົາປຶ້ນຫົວນີ້ໄປໃຫ້ຜົວເບິ່ງ
ຂ້ອຍບອກລາວວ່າ ຖ້າເຮົາເອົາຄຳແນະນຳໃນນີ້
ມາໃຊ້ຕັ້ງແຕ່ທຳອິດ
ຊີວິດຄູ່ຂອງເຮົາ ກໍຄືຊິບໍ່ເປັນແບບນີ້
ຂ້ອຍຄິດໃນໃຈວ່າ
ລາວຈະເຮັດຕາມຄຳແນະນຳທີ່ປຶ້ມຫົວນີ້ບອກໄດ້ແທ້ໆບໍ
ແຕ່ຕໍ່ມາ ຂ້ອຍກໍເຫັນວ່າ
ລາວອອກຄວາມພະຍາຍາມແທ້ໆ
ລາວເຊົາໃຊ້ຢາເສບຕິດ
ຄຳເວົ້າແລະການກະທຳຂອງລາວກໍປ່ຽນໄປ
ແລະບໍ່ດົນ ທຸກຢ່າງກໍຄ່ອຍໆດີຂຶ້ນ
ແລ້ວຂ້ອຍກໍເລີ່ມຮຽນຄຳພີໄບເບິນນຳກັນກັບເເຊນນ້າ
ແລ້ວຊີວິດຄູ່ຂອງເຮົາ
ກໍເລີ່ມປ່ຽນແປງໄປໃນທາງທີ່ດີຂຶ້ນ
ຂໍ້ຄຳພີໜຶ່ງທີ່ຊ່ວຍຂ້ອຍໄດ້ຫຼາຍ
ໃຫ້ກັບມາມີຊີວິດຄູ່ທີ່ດີ
ຄື ທີ1 ໂກລິນໂທ ບົດ 11 ຂໍ້ 3
ຂ້ອຍບໍ່ໄດ້ເປັນຜູ້ນຳ
ແຕ່ ອາດທ໌ ເປັນຜູ້ນຳຂອງຂ້ອຍ
ຂ້ອຍໄດ້ຮູ້ວ່າ
ນອກຈາກພະເຢໂຫວາແລ້ວ
ທຸກຄົນຕ້ອງມີຜູ້ນຳ
ການຮູ້ແບບນີ້ຊ່ວຍປົກປ້ອງຂ້ອຍ
ຕອນນີ້ຂ້ອຍບໍ່ຕ້ອງຕັດສິນໃຈເລື່ອງຕ່າງໆ
ດ້ວຍຕົວເອງແລ້ວ
ຄາລາເຕຍ ບົດ 5 ຂໍ້ 22 ແລະ 23
ຊ່ວຍຂ້ອຍໃຫ້ສະແດງຄວາມຮັກ
ເປັນຜົວ ແລະພໍ່ທີ່ດີຂຶ້ນ
ແລະຂ້ອຍກໍຈະນັບຖື
ແລະໃຫ້ກຽດເເຊນນ້າສະເໝີ
ຢ່າງເຊັ່ນ
ຂ້ອຍຈະຕັ້ງໃຈຟັງຄວາມຄິດເຫັນຂອງລາວ
ຂ້ອຍກັບມາແຕ່ງງານກັບ ອາດທ໌
ໃນວັນທີ 2 ເດືອນ 4 ປີ 1979
ຂ້ອຍຢາກບອກທຸກຄົນທີ່ມີບັນຫາໃນຊີວິດຄູ່ວ່າ
ໃຫ້ພະຍາຍາມເຮັດຕາມ
ຄຳແນະນຳໃນຄຳພີໄບເບິນ
ເຮົາໃຫ້ພະເຢໂຫວາມີສ່ວນໃນຊີວິດຄອບຄົວຂອງເຮົາ
ເຮົາກໍເລີຍຮັບມືກັບບັນຫາ
ທີ່ເກີດຂຶ້ນໃນທຸກໆມື້ໄດ້
ການແຕ່ງດອງເທື່ອທີ່ສອງ
ມັນດີກວ່າເທື່ອທຳອິດຫຼາຍ
ຍ້ອນວ່າເຮົາມີພະເຢໂຫວາ