JW subtitle extractor

ເຮັດໃຫ້ຊີວິດຄູ່ໝັ້ນຄົງຫຼາຍຂຶ້ນ

Video Other languages Share text Share link Show times

ຂ້ອຍຊື່ເຄຍຣາ
ຜົວຂອງຂ້ອຍຊື່ຊານ
ອາຄິວລູກຊາຍຂອງເຮົາ
ຍ້າຍໄປຮັບໃຊ້ຢູ່ໃນປະຊາຄົມທີ່ຕ້ອງການຜູ້ປະກາດ
ເມື່ອລູກບໍ່ຢູ່
ເຮືອນຂອງເຮົາກໍຂາດສຽງຫົວ
ຂ້ອຍຄິດເຖິງບັນຍາກາດແບບນັ້ນແທ້ໆ
ນອກຈາກເຮືອນຈະງຽບເຫງົາແລ້ວ
ຂ້ອຍຮູ້ສຶກວ່າ
ຂ້ອຍກັບຜົວຫ່າງເຫີນກັນຫຼາຍຂຶ້ນ
ຂ້ອຍລອງລົມກັບລາວແລ້ວ
ແຕ່ກໍບໍ່ສຳເລັດ
ຫຼັງຈາກທີ່ອາຄິວຍ້າຍໄປ
ຄວາມສຳພັນຂອງຂ້ອຍກັບເຄຍຣາກໍປ່ຽນໄປ
ລາວກາຍເປັນຄົນຫງຸດຫງິດ
ຂ້ອຍຢາກໃຫ້ລາວ ຫົວມ່ວນຊື່ນ
ຄືກັບຕອນທີ່ອາຄິວຢູ່
ຂ້ອຍຮູ້ສຶກບໍ່ດີຄືກັນ
ທີ່ຈະຍອມຮັບວ່າ
ພວກເຮົາຫ່າງເຫີນກັນຫຼາຍຂຶ້ນ
ແມ່ນແຕ່ອາຄິວກໍຍັງເບິ່ງອອກ
ອອ... ພໍ່ກັບແມ່ໂອເຄບໍ?
ມີເລື່ອງຫຍັງບໍ?
ເບິ່ງຄືບໍ່ຄ່ອຍໂອເຄປານໃດ
ເຮົາສະບາຍດີລູກ ເຫັນບໍ? ຍັງສະບາຍດີທຸກຢ່າງ....
ເຮົາບໍ່ຢາກຕົວະຕົວເອງຕໍ່ໄປແລ້ວ
ວ່າເຮົາບໍ່ມີບັນຫາ
ແລະກໍເປັນເທື່ອທຳອິດ
ທີ່ເຮົາລົມແບບເປີດໃຈກັນ
ໃນເລື່ອງຄວາມສຳພັນຂອງເຮົາທັງສອງຄົນ
ເຮົາຮູ້ວ່າຖ້າເຮົາບໍ່ແກ້ບັນຫາ
ຊີວິດຄູ່ຂອງເຮົາຄົງຊິພັງລົງບໍ່ມື້ໃດກໍມື້ໜຶ່ງ
ເຮົາຕ້ອງຈັດການເລື່ອງນີ້ໃຫ້ໄວທີ່ສຸດ
ເຮົາອ່ານຂໍ້ຄຳພີໃນໂຣມ ບົດ 12 ຂໍ້ 10 ນຳກັນ
ຂໍ້ນັ້ນບອກວ່າ
ເລີ່ມຕົ້ນໃຫ້ກຽດຄົນອື່ນກ່ອນ
ເຮົາຄິດເຖິງອັບຣາຮາມກັບຊາຣາ
ເຂົາເຈົ້າບໍ່ສົມບູນແບບ
ແຕ່ກໍພະຍາຍາມເຕັມທີໃນການໃຫ້ກຽດກັນ
ໂດຍຮັບຟັງອີກຝ່າຍໜຶ່ງ
ແລະສະແດງຄວາມຮັກຕໍ່ກັນ
ຂ້ອຍບອກເຄຍຣາວ່າ
ຂ້ອຍຮູ້ວ່າ
ຂ້ອຍເປັນຜົວທີ່ດີກວ່ານີ້ໄດ້
ແລະຂ້ອຍຈະພະຍາຍາມເປັນໃຫ້ໄດ້
ຍ້ອນຂ້ອຍຮັກລາວຫຼາຍແທ້ໆ
ຂ້ອຍບອກຊານວ່າ
ເຮົາມາພະຍາຍາມນຳກັນດີບໍ
ແລ້ວເຮົາກໍພະຍາຍາມເຮັດໃຫ້ຊີວິດຄູ່ເຮົາດີຂຶ້ນ
ບໍ່ເທົ່າໃດເດືອນຕໍ່ມາ
ເຮົາຕັດສິນໃຈເປັນໄພໂອເນຍນຳກັນ
ຕອນນີ້ເຮົາມີຫຼາຍເລື່ອງທີ່ຈະລົມນຳກັນ
ຂ້ອຍໄດ້ເຫັນເຄຍຣາ
ໃນດ້ານທີ່ຂ້ອຍບໍ່ເຄີຍເຫັນມາກ່ອນ
ຄືກັບອັບຣາຮາມກັບຊາຣາ
ຊີວິດຄູ່ຂອງເຮົາບໍ່ໄດ້ສົມບູນແບບ
ບາງເທື່ອອາດມີບັນຫາກັນ
ແຕ່ການພະຍາຍາມເຮັດຕາມຫຼັກການໃນຄຳພີໄບເບິນ
ເຮັດໃຫ້ເຮົາຜ່ານໄລຍະເວລາທີ່ຍາກລຳບາກມາໄດ້
ແລະເຮັດໃຫ້ເຮົາສອງຄົນໃກ້ຊິດກັນຫຼາຍຂຶ້ນ