JW subtitle extractor

ບົດຮຽນຈາກຫໍສັງເກດການ—ຮັກສາຄວາມເປັນກາງໃນໂລກທີ່ມີການແບ່ງແຍກ

Video Other languages Share text Share link Show times

ຍ້ອນຂ້ອຍເປັນສາດສະດາຈານທາງດ້ານການເງິນ
ຂ້ອຍຈຳເປັນຕ້ອງຮູ້ທັນຂ່າວສານ
ແລະໃນຖານະທີ່ເປັນຄລິດສະຕຽນ
ຂ້ອຍຈຳເປັນຕ້ອງຮູ້ຂ່າວສານນຳຄືກັນ
ມັນຍາກທີ່ຈະບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງທາງການເມືອງ
ເພາະເຮົາເຫັນບັນຫາຫຼາຍຢ່າງໃນສັງຄົມ
ຂ້ອຍມັກເຕະບານມາຕັ້ງແຕ່ຍັງນ້ອຍ
ຂ້ອຍເຄີຍຢູ່ໃນເຂດຄົນທຸກຍາກ
ແລະກິລາເຕະບານ
ກໍເປັນກິລາທີ່ເຮົາມັກຫຼິ້ນຢູ່ປະຈຳ
ມີນັກຂ່າວຄົນໜຶ່ງທີ່ຂ້ອຍມັກຕິດຕາມຂ່າວທີ່ລາວຂຽນ
ລາວຈະເວົ້າທັງເລື່ອງດີແລະເລື່ອງບໍ່ດີ
ຂອງພັກການເມືອງຕ່າງໆ
ແຕ່ເວລາລາວວິຈານເລື່ອງບໍ່ດີຂອງພັກໜຶ່ງ
ຂ້ອຍບໍ່ມັກເລີຍ
ຂ້ອຍຢູ່ໃນເຂດໃຈກາງເມືອງ
ມັນເປັນບ່ອນທີ່ມີການຊຸມນຸມປະທ້ວງຄັ້ງໃຫຍ່ທີ່ສຸດ
ຜູ້ຄົນແຖວນີ້ໃຫ້ຄວາມສົນໃຈເລື່ອງການເມືອງຫຼາຍ
ເຂົາເຈົ້າຍຶດຄວາມຄິດຂອງໂຕເອງເປັນຫຼັກ
ເຖິງຂ້ອຍຈະຮູ້ດີວ່າເຮົາຕ້ອງຮັກສາຄວາມເປັນກາງ
ແຕ່ໃນໃຈກໍຮູ້ສຶກເຫັນດີນຳໜ້ອຍໜຶ່ງ
ເບິ່ງພາຍນອກ
ຂ້ອຍກໍບໍ່ໄດ້ກະໂດດໂລດເຕັ້ນຫຼືເຊຍຫຍັງ
ແຕ່ໃນໃຈຂ້ອຍກໍກຳລັງເຊຍວ່າ
‘ເອົາເລີຍ! ຍິງເລີຍ!’
ຂ້ອຍຢາກໃຫ້ທີມທີ່ໂຕເອງເຊຍຊະນະ
ມັນທັງຕື່ນເຕັ້ນ ທັງພູມໃຈ
ຖ້າທີມທີ່ເຮົາເຊຍຊະນະຫຼືໄດ້ຖ້ວຍລາງວັນຫຼາຍທີ່ສຸດ
ຂ້ອຍເຄີຍຄິດເຂົ້າຂ້າງໂຕເອງວ່າ
ເພາະຂ້ອຍຖືກສ້າງຕາມແບບພະເຢໂຫວາ
ແລະເພິ່ນກໍເປັນພະເຈົ້າທີ່ຍຸຕິທຳ
ຂ້ອຍກໍເລີຍມັກຄວາມຍຸຕິທຳ
ຂ້ອຍຄິດວ່າການຮັກສາຄວາມເປັນກາງ
ສະແດງອອກໂດຍການກະທຳ
ບໍ່ກ່ຽວກັບຄວາມຮູ້ສຶກ
ຫໍສັງເກດການ ເມສາ 2016
ມີຂໍ້ມູນທີ່ໜ້າສົນໃຈເລື່ອງຄວາມເປັນກາງ
ການເປັນກາງໝາຍຄວາມວ່າ
ເຮົາຕ້ອງບໍ່ຄິດວ່າ
ໂຕເອງດີກວ່າຄົນອື່ນ
ເພາະສຳລັບພະເຈົ້າແລ້ວທຸກຄົນມີຄ່າເທົ່າກັນ
ຫຼັງຈາກສຶກສາບົດຄວາມນີ້
ຂ້ອຍຮູ້ເລີຍວ່າຂ້ອຍຕ້ອງປ່ຽນ
ເມື່ອກ່ອນຂ້ອຍບໍ່ໄດ້ເປັນກາງ
ຈຶ່ງຕ້ອງອ່ານບົດຄວາມນັ້ນຊ້ຳອີກ
ຂ້ອຍອະທິດຖານເຖິງພະເຢໂຫວາ
ແລະຮູ້ສຶກວ່າ
ເພິ່ນເວົ້າກັບຂ້ອຍຜ່ານບົດຄວາມນີ້
ບົດຄວາມນີ້ເຂົ້າເຖິງໃຈຂ້ອຍຫຼາຍ
ຂ້ອຍຈື່ໄດ້ວ່າອ່ານບົດຄວາມນີ້
ສາມເທື່ອໃນແລງມື້ນັ້ນ
ຂ້ອຍຕົກໃຈຫຼາຍເພາະຮູ້ວ່າຍັງຕ້ອງປ່ຽນ
ຄວາມຄິດຂອງໂຕເອງອີກຫຼາຍ
ເພື່ອເຮັດໃຫ້ພະເຈົ້າພໍໃຈ
ຈຸດທີສອງທີ່ວາລະສານເວົ້າເຖິງກ່ຽວຂ້ອງກັບ
ການຮັບຂ່າວສານຕ່າງໆ
ບົດຄວາມນັ້ນເຖິງກັບແນະນຳວ່າ
ເຮົາຄວນລະວັງທີ່ຈະບໍ່ຮັບຂໍ້ມູນຂ່າວສານ
ເລື່ອງການເມືອງຫຼາຍເກີນໄປ
ມີປະໂຫຍກໜຶ່ງໃນວາລະສານທີ່ມີຜົນຕໍ່ຂ້ອຍຫຼາຍ
ໃນນັ້ນບອກວ່າ
ເຖິງວ່າເຮົາບໍ່ໄດ້ຍ່າງໄປປະທ້ວງກັບເຂົາເຈົ້າ
ແຕ່ເຮົາຈະລັກເຊຍໃນໃຈ
ແລະຫວັງວ່າເຂົາເຈົ້າຈະເຮັດສຳເລັດບໍ
ມັນແມ່ນເລີຍ ຂ້ອຍເຄີຍຮູ້ສຶກແບບນີ້
ແລະຍັງມີອີກຫຼາຍປະໂຫຍກໃນບົດຄວາມທີ່ຂຽນມາ
ເພື່ອຂ້ອຍແທ້ໆ
ຕອນນີ້ຂ້ອຍບໍ່ໄດ້ເບິ່ງຂ່າວຫຼາຍຄືແຕ່ກ່ອນ
ຂ້ອຍຕ້ອງເຮັດແບບນັ້ນ
ມັນຊ່ວຍຂ້ອຍໃຫ້ຄວບຄຸມຕົວເອງໄດ້
ຕອນລົມກັບຄົນອື່ນຢູ່ບ່ອນເຮັດວຽກ
ຕອນເພື່ອນຮ່ວມງານລົມກັນກ່ຽວກັບຂ່າວ
ຂ້ອຍບໍ່ມີຍັງຈະເວົ້າເພາະບໍ່ໄດ້ເບິ່ງຂ່າວນັ້ນ
ຂ້ອຍບໍ່ຮູ້ເລື່ອງ
ໝູ່ຢູ່ບ່ອນເຮັດວຽກອາດຈະຖາມວ່າ
ເຈົ້າໄດ້ເບິ່ງບໍທີ່ຄົນນັ້ນເວົ້າຄົນນີ້ເວົ້າ
ຂ້ອຍກໍຈະບອກວ່າຂ້ອຍບໍ່ໄດ້ເບິ່ງເລີຍ
ແລະເຂົາເຈົ້າກໍບໍ່ເວົ້າຫຍັງອີກ
ແລະບົດຄວາມເວົ້າເຖິງ ໂຣມ 10:12 ທີ່ບອກວ່າ
‘ທຸກຄົນມີຜູ້ເປັນນາຍອົງດຽວກັນ
ແລະຄົນຢິວກັບຄົນກຣີກບໍ່ແຕກຕ່າງກັນ
ສຳລັບພະເຢໂຫວາແລ້ວ
ບໍ່ສຳຄັນເລີຍວ່າ
ປະເທດຂອງຂ້ອຍຈະຊະນະຈັກເທື່ອ
ຫຼືຈະໄດ້ແຊັມບານໂລກບໍ
ເພາະເພິ່ນເບິ່ງວ່າ
ທຸກຊາດເທົ່າທຽມກັນ
ຂ້ອຍເອົາເຈ້ຍມາແຜ່ນໜຶ່ງ
ແລະຂຽນຈຸດສຳຄັນ
4 ຈຸດທີ່ບົດຄວາມນັ້ນເວົ້າເຖິງ
4 ຈຸດນີ້ຊ່ວຍຂ້ອຍໃຫ້ຮັກສາຄວາມເປັນກາງໄດ້
ຂ້ອຍເກັບມັນໄວ້ໃນກະເປົາ
ຈະເອົາມາອ່ານໄດ້ສະເໝີ
ຕອນທີ່ຢູ່ບ່ອນເຮັດວຽກ
ຂ້ອຍມັກເບິ່ງເຕະບານ
ມັນມ່ວນດີ
ຂ້ອຍຍັງເບິ່ງບານໃນໂທລະທັດ
ຍັງຫຼິ້ນບານນຳໝູ່ເພື່ອນຢູ່ເບເທນ
ແຕ່ຂ້ອຍພະຍາຍາມປ່ຽນແປງຕົວເອງ
ແລະຂ້ອຍກໍປ່ຽນຄວາມຄິດທີ່ມີຕໍ່ກິລາເຕະບານໄດ້
ເທື່ອລະເລັກເທື່ອລະນ້ອຍ
ແລະມັນຊ່ວຍໃຫ້ຂ້ອຍບໍ່ກາຍເປັນຄົນທີ່ຮັກຊາດ
ຂ້ອຍໄດ້ຮຽນໃນບົດຄວາມນີ້ວ່າ
ເຮົາບໍ່ຄວນສະແດງຄວາມຄິດເຫັນໃນເລື່ອງການເມືອງ
ຂ້ອຍຕ້ອງຮັກສາຄວາມເປັນກາງທັງ
ໃນຄວາມຄິດແລະຄວາມຮູ້ສຶກ
ຖ້າຂ້ອຍເຊື່ອໝັ້ນວ່າ
ລັດຖະບານຂອງພະເຈົ້າເທົ່ານັ້ນທີ່ແກ້ບັນຫາໄດ້
ມັນກໍຈະເຮັດໃຫ້ຮັກສາຄວາມເປັນກາງໄດ້ງ່າຍຂຶ້ນ
ແລະຂ້ອຍກໍຕ້ອງລະວັງຕົວຢູ່ສະເໝີ
ຂ້ອຍມັກສຶກສາບົດຄວາມໃນຫໍສັງເກດການ
ໂດຍສະເພາະສ່ວນທີ່ເອົາມາໃຊ້ໄດ້ແທ້
ມັນຊ່ວຍຂ້ອຍໃຫ້ເບິ່ງວ່າ
ຄຳພີໄບເບິນເປັນຄືແວ່ນທີ່ສ່ອງໃຫ້ເຫັນວ່າ
ບ່ອນໃດທີ່ຂ້ອຍຄວນປັບປຸງ
ການເຮັດຕາມຄຳແນະນຳແລະລົງມືປ່ຽນແປງຕົວເອງ
ຕາມທີ່ບົດຄວາມບອກ
ເຮັດໃຫ້ຂ້ອຍເວົ້າດ້ວຍຄວາມໝັ້ນໃຈໄດ້ວ່າ
ລັດຖະບານຂອງພະເຈົ້າເທົ່ານັ້ນ
ທີ່ແກ້ບັນຫາຂອງມະນຸດໄດ້