JW subtitle extractor

ສະແດງນ້ຳໃຈຕ້ອນຮັບແຂກໃນການປະຊຸມນານາຊາດ

Video Other languages Share text Share link Show times

ມີຕົວແທນ 2500 ຄົນມາປະຊຸມກັບເຮົາ
ເຮົາຢາກໃຫ້ສິ່ງທີ່ດີທີ່ສຸດກັບເຂົາເຈົ້າ
ເຮົາຢາກໃຫ້ເຂົາເຈົ້າສຳພັດຄວາມຮັກແທ້
ໃນສັງຄົມພີ່ນ້ອງ
ໜ້າທີ່ຂອງເຮົາຄື
ເຮັດໃຫ້ເປັນປະສົບການທີ່ປ່ຽນຊີວິດ
ເພື່ອຈະເຮັດໄດ້
ເຮົາຕ້ອງເຮັດຫຼາຍກວ່າ
ຈັດງານລ້ຽງກິນອາຫານນຳກັນ
ຂ້ອຍຕື້ນຕັນໃຈຈົນບໍ່ຮູ້ຈະເວົ້າແນວໃດ
ສິ່ງທຳອິດທີ່ເຮົາຄິດເຖິງກໍຄື
ຄິດການສະແດງຈັກຊຸດໜຶ່ງ
ຂ້ອຍເລີຍເຂົ້າໄປອະທິດຖານຂໍໃນຫ້ອງເຖິງສອງມື້
ສິ່ງທີ່ຊ່ວຍໃຫ້ເຮົາເຮັດໄດ້ກໍຄື
ການໄວ້ວາງໃຈວ່າ
ພະເຢໂຫວາຊີ້ນຳທຸກສິ່ງຜ່ານທາງອົງການຂອງເພິ່ນ
ການສະແດງນ້ຳໃຈຕ້ອນຮັບ
ເປັນວຽກໜັກກວ່າທີ່ເຮົາຄິດໄວ້ຕັ້ງແຕ່ທຳອິດເລີຍ
ເຮົາມີການສະແດງມ້າທິມກວຽນ
ໃນສະໄໝປີ 1892 ແທ້ໆ
ມີໂຄບານ
ມີການຂ່ອງມ້າ
ແຂ່ງດຶກບ້ວງບາດ
ມີງົວເຂົາຍາວ
ເຮົາອົບບິສກິດເນີຍໂດຍໃຊ້ເຕົາຖ່ານແບບໂຣນຣັງ
ແບບທີ່ຄົນສະໄໝກ່ອນເຄີຍໃຊ້ຕອນເດີນທາງ
ເຮົາໃຊ້ນັກສະແດງ 4 ກຸ່ມ
ບາງກຸ່ມຈັດເປັນ 80 90 ຄົນ
ສຳລັບການສະແດງ 3 ບ່ອນ
ໃຊ້ເວລາກວ່າ... 4 ມື້
ການລ້ຽງຕອນກາງຄືນ
ມີທັງການກຽມອາຫານໃຫ້ພີ່ນ້ອງທີ່ມາ
ການສະແດງທີ່ໃຫ້ຄວາມບັນເທິງແບບຄລິດສະຕຽນ
ການສຳພາດ ເປີດວິດີໂອ
ຊ່ວງການປະຊຸມນານາຊາດ
ກໍໄດ້ຈັດໃຫ້ມີການປະກາດນຳກັນກັບຕົວແທນ
ແຕ່ເຫັນເລີຍວ່າພະເຢໂຫວາອວຍພອນວຽກນີ້
ແມ່ນແຕ່ຄະນະກຳມະການປົກຄອງ
ກໍຍັງໄປປະກາດ
ສະແດງວ່າເປັນສິ່ງທີ່ເຮົາຄວນເຮັດ
ພີ່ນ້ອງເຈິບັນຫາໃນການປະກາດຄ້າຍກັນ
ແຕ່ເຂົາເຈົ້າກໍຍັງພະຍາຍາມຢ່າງໜັກ
ທີ່ຈະປະກາດຕໍ່ໄປ
ການໄດ້ຟັງເລື່ອງນີ້
ເຮັດໃຫ້ຂ້ອຍມີກຳລັງໃຈຫຼາຍຂຶ້ນ
ເພື່ອຈະປະກາດຕໍ່ໄປດ້ວຍໃຈແຮງກ້າ
ເຮົາຕ້ອງມີອາສາສະໝັກມາທີ່ຫໍປະຊຸມໃຫຍ່
ເພື່ອທັກທາຍຕົວແທນທີ່ລົງຈາກລົດເມ
ຕອນທຳອິດທີ່ນັ່ງໃນລົດເມ
ຂ້ອຍເຫັນຄົນເຕັມໄປໝົດ
ຂ້ອຍສົງໄສວ່າເຂົາເຈົ້າມາເຮັດຫຍັງ
ແຕ່ພໍຮູ້ວ່າເຂົາເຈົ້າມາຕ້ອນຮັບເຮົາ
ຂ້ອຍນ້ຳຕາໄຫຼເລີຍ
ເມື່ອເຫັນລົດເມມາຈອດທີ່ຫໍປະຊຸມໃຫຍ່
ເຮົາຮູ້ເລີຍວ່າ
ຈະມີຄວາມຊົງຈຳໜ້າປະທັບໃຈຮ່ວມກັນ
ເຮົາມີອາສາສະໝັກ 3600 ຄົນ
ແລະໜ້າຈະມີຈັກ 5000 ກວ່າຄົນທີ່ຍິນດີຊ່ວຍ
ເຮົານັບເບິ່ງແລ້ວວ່າ
ໜ້າຈະມີຫຼາຍກວ່າ 200 ປະຊາຄົມທີ່ມາຊ່ວຍວຽກ
ພວກເຮົາມາຈາກໄຊແອນໄວໂອມິ້ງ
ໄກຈາກນີ້ປະມານ 1360 ກິໂລ
ສອງສາມອາທິດກ່ອນເຮົາເລີ່ມຕຽມກວຽນໃຫ້ພ້ອມ
ແລະເດີນທາງ 2 ມື້ກໍມາຮອດນີ້
ອີກຢ່າງທີ່ຂ້ອຍຕ້ອງເຮັດຄື
ຂໍອະນຸຍາດລາວຽກອາທິດໜຶ່ງ
ເພື່ອຂ້ອຍຈະມາຢູ່ນີ້
ຂ້ອຍອະທິດຖານຂໍພະເຢໂຫວາເລື້ອຍໆ
ແລະເພິ່ນຊ່ວຍໃຫ້ຂ້ອຍໄດ້ຮັບອະນຸຍາດ
ຂ້ອຍຈຶ່ງມາຢູ່ນີ້ໄດ້
ທຸກມື້ທີ່ຂ້ອຍຢູ່ນີ້ ຂ້ອຍກະຕືລືລົ້ນແລະຕື່ນເຕັ້ນຫຼາຍ
ຄືກັບວ່າຂ້ອຍໄດ້ເຂົ້າໂລກໃໝ່ແລ້ວແທ້ໆ
ຂ້ອຍເຮັດວຽກແຕ້ມຮູບແລະທາສີໂປສ໌ກາດ
ທີ່ເປັນຮູບພື້ນເມືອງຂອງວໍຊິງຕັນ
ຂ້ອຍໄດ້ຮັບສິດທິພິເສດໃຫ້ອອກແບບສັນຍະລັກ
ທີ່ພິມເທິງຖົງໃສ່ຂອງທີ່ລະນຶກ
ສຳລັບການປະຊຸມນານາຊາດ
ພວກເຮົາຈະຮ້ອງເພງໃຫ້ພວກຕົວແທນຟັງ
ຂ້ອຍມັກຮ້ອງເພງໃຫ້ຕົວແທນຟັງ
ຂ້ອຍຢາກໃຫ້ພະເຈົ້າແລະພີ່ນ້ອງມີຄວາມສຸກ
ການຮ້ອງເພງຢູ່ເດີ່ນຍົນໜ້າປະທັບໃຈຫຼາຍ
ເຮົາເຈິເຂົາເຈົ້າຖ້າເຮົາຢູ່ທັງຄືນ
ເພາະເຮົາມາຮອດປະມານ 10 ໂມງກາງຄືນ
ຂ້ອຍຄິດວ່າເຂົາເຈົ້າມີຄວາມສຸກ
ທີ່ເຫັນພວກເຮົາມາຕ້ອນຮັບ
ແລ້ວເຫັນສິ່ງທີ່ພວກເຮົາໄດ້ກຽມໄວ້
ໃຫ້ເຂົາເຈົ້າເອົາກັບໄປນຳ
ຈະໄດ້ບໍ່ລືມຕອນທີ່ເຂົາເຈົ້າຢູ່ນີ້
ສ່ວນເທິງນີ້ ໂຕ JW
ມາຈາກການປະຊຸມນານາຊາດຜູ້ສົ່ງຂ່າວ
ໃນປີ 1931 ໃນໂຄລຳບັດ ໂອໄຮໂອ
ຄືກັບທີ່ເຈົ້າເຫັນ
ພີ່ນ້ອງທຸກຄົນຢາກສະໜັບສະໜູນ
ຢາກມີສ່ວນຮ່ວມ
ຢາກໃຫ້ເອີ້ນໄປຊ່ວຍ
ທຸກຄົນຢາກມີສ່ວນຮ່ວມເຮັດຫຍັງກໍຕາມທີ່ເຮັດໄດ້
ຊີເອເທິນຍິນດີຕ້ອນຮັບ
ພຽງແຕ່ເຫັນພວກຕົວແທນມັກ
ແລະໃຊ້ມັນ
ຂ້ອຍກໍມີຄວາມສຸກແລ້ວ
ເຖິງຈະຮູ້ສຶກເມື່ອຍຈາກການນັ່ງຍົນ
ແຕ່ເມື່ອອອກມາເຫັນຮ້ອຍຍິ້ມ
ແລະປ້າຍຕ້ອນຮັບແລ້ວກໍຂອງຝາກ
ເຮົາຮູ້ສຶກວ່າ ໂອ! ມັນສຸດຍອດຫຼາຍ
ຄວາມຮັກແມ່ນບໍ
ນັ້ນແຫຼະ! ຄວາມຮັກ!
ນັ້ນແຫຼະ ຄວາມຮັກ!
ແມ່ນ! ຄວາມຮັກ!
ເຮົາບໍ່ຮູ້ວ່າເຂົາເຈົ້າມາຈາກໃສ
ບໍ່ຮູ້ວ່າເຂົາເຈົ້າຊື່ຫຍັງແດ່
ແຕ່ກໍເຫັນເຂົາເຈົ້າຍິ້ມ ໂບກມືຢູ່ນຳກັນ
ເຫັນຄວາມຮັກແທ້ ນ້ຳຕາກໍໄຫຼແລ້ວ
ເຮົາຢາກໃຫ້ເຂົາເຈົ້າຮູ້ວ່າ
ມີພີ່ນ້ອງຢູ່ນີ້ເຊິ່ງຈະຊ່ວຍເຫຼືອເຂົາເຈົ້າ
ຮັກເຂົ້າເຈົ້າ ແລະເຮັດທຸກສິ່ງທີ່ເຮັດໄດ້ເພື່ອໃຫ້ເຂົາເຈົ້າ
ມີຄວາມສຸກຕອນຢູ່ນີ້
ແມ່ນ ເຮົາຢາກໃຫ້ເຂົາເຈົ້າຮູ້ສຶກວ່າ
ຢູ່ໃນອ້ອມແຂນຂອງພວກເຮົາຕະຫຼອດເວລາຕອນຢູ່ນີ້
ນີ້ສະແດງວ່າ ພະເຢໂຫວາຢູ່ເບື້ອງຫຼັງວຽກນີ້
ແລະນີ້ຄືສັງຄົມພີ່ນ້ອງທີ່ຮັກກັນແທ້ໆ
ເພາະເຫັນໄດ້ຈາກໃບໜ້າທີ່ຍິ້ມແຍ້ມ
ໃຈແຮງກ້າ ຄວາມກະຕືລືລົ້ນ
ທຸກຢ່າງທີ່ເຮົາເຮັດຢູ່ນີ້ກໍເພື່ອສັນລະເສີນພະເຢໂຫວາ
ແລະເພື່ອຕ້ອນຮັບແກະຂອງເພິ່ນນຳ
ຄືບັນດາຕົວແທນທີ່ມາຈາກບ່ອນຕ່າງໆທົ່ວໂລກ
ຂ້ອຍຫວັງວ່າອີກສອງສາມພັນປີ
ຈະມີຄົນຍ່າງມາຫາຂ້ອຍແລະບອກວ່າ
ຂ້ອຍຈື່ເຈົ້າໄດ້ ເຈົ້າສະແດງໂຄບານຢູ່ເທັກຊັດ!
ນັ້ນກໍເປັນເລື່ອງຄັກຫຼາຍສຳລັບຂ້ອຍ
ຂ້ອຍຮູ້ວ່າໂຄບານຕ້ອງບໍ່ຮ້ອງໄຫ້
ແຕ່ຖ້າເຈິແບບນີ້
ຂ້ອຍຊິໄຫ້ແນ່ນອນ
ຂ້ອຍມີຄວາມສຸກຫຼາຍຈົນຮ້ອງໄຫ້ເລີຍ
ເຂົາເຈົ້າມານີ້ເພື່ອຟັງເຮົາຮ້ອງເພງ
ເບິ່ງພວກເຮົາແລ້ວໄດ້ຄວາມຊົງຈຳທີ່ດີກັບໄປ
ເຮົາຢາກໃຫ້ພີ່ນ້ອງຂອງເຮົາມີຄວາມສຸກ