JW subtitle extractor

ເຮົາຈະບໍ່ມີວັນລືມການທັກທາຍຄັ້ງນັ້ນ

Video Other languages Share text Share link Show times

ຂ້ອຍໃຫຍ່ຂຶ້ນມາໃນເມືອງນ້ອຍໆເມືອງໜຶ່ງ
ຕອນເປັນເດັກນ້ອຍຂ້ອຍກໍມີຊີວິດດີ
ຕັ້ງແຕ່ນ້ອຍ
ພໍ່ແມ່ສອນຂ້ອຍໃຫ້ຮັກພະເຈົ້າ
ແລະນັບຖືສິ່ງທີ່ຄຳພີໄບເບິນສອນ
ພວກເຮົາໄປໂບດເປັນປະຈຳ
ແລະຂ້ອຍກໍຮຽນໃນໂຮງຮຽນເອກະຊົນ
ທີ່ມີການສອນເລື່ອງພະຄຳພີທຸກມື້
ເຖິງຈະເປັນແນວນັ້ນ
ຂ້ອຍຍັງຮູ້ສຶກວ່າ
ຊີວິດຂ້ອຍມີບາງຢ່າງທີ່ຂາດໄປ
ຕອນອາຍຸ 15 ຊີວິດຂ້ອຍກໍປ່ຽນໄປ
ມີມື້ໜຶ່ງຂ້ອຍປີນຕົ້ນໄມ້ຫຼິ້ນ
ແລະງ່າໄມ້ທີ່ຂ້ອຍປີນຢູ່ກໍຫັກ
ຂ້ອຍເລີຍຕົກມາຈາກບ່ອນສູງຫຼາຍ
ເຮັດໃຫ້ຂ້ອຍເປັນອຳມະພາດ ຕັ້ງແຕ່ນັ້ນມາ
ຈາກທີ່ເຄີຍເປັນເດັກນ້ອຍແລ່ນຫຼິ້ນມ່ວນຊື່ນ
ຂ້ອຍກໍກາຍເປັນຄົນພິການເປັນອຳມະພາດ
ຕັ້ງແຕ່ຕົ້ນຄໍລົງມາບໍ່ຮູ້ສຶກຫຍັງເລີຍ
ຕອນອາຍຸ 18 ຮ່າງກາຍຂ້ອຍກໍດີຂຶ້ນ
ຂ້ອຍຈຶ່ງສາມາດໃຊ້ແຂນເຮັດຫັ້ນເຮັດນີ້ໄດ້ດ້ວຍໂຕເອງ
ຕອນນັ້ນຂ້ອຍເຂົ້າຮຽນຢູ່ມະຫາວິທະຍາໄລ
ແລະຍ້າຍໄປຢູ່ທີ່ຫໍພັກ
ຊີວິດຂ້ອຍກໍປ່ຽນໄປອີກແບບໜຶ່ງ
ຂ້ອຍເລີ່ມຕິດຢາກິນເຫຼົ້າ
ແລະໃຊ້ຊີວິດແບບຜິດສິນລະທຳ
ຄືນັກຮຽນມະຫາວິທະຍາໄລຄົນອື່ນໆ
ແຕ່ຂ້ອຍກໍຍັງອ່ານຄຳພີໄບເບິນທຸກຄືນ
ຂ້ອຍຍັງມີຄວາມເຊື່ອໃນພະເຈົ້າຢູ່
ທຸກຄືນທີ່ຂ້ອຍອະທິດຖານກ່ອນນອນ
ຂ້ອຍຄິດວ່າແນວໃດກໍຕາມ
ຂ້ອຍຕ້ອງຕົກຢູ່ໃນໄຟນະລົກ
ຄືກັບຂ້ອຍຖືກສອນຕອນທີ່ເປັນເດັກນ້ອຍແນ່ນອນ
ຕອນນັ້ນຂ້ອຍເຈິກັບຜູ້ຍິງຜູ້ໜຶ່ງຊື່ຈູເຣຍ
ບໍ່ດົນຫຼັງຈາກນັ້ນພວກເຮົາກໍແຕ່ງດອງກັນ
ຈູເຣຍກໍໃຊ້ຊີວິດແບບດຽວກັບຂ້ອຍ
ເຮົາເລີຍລົມກັນວ່າ
ຖ້າເຮົາຢາກຮັກສາຊີວິດຄູ່ເອົາໄວ້
ເຮົາຕ້ອງເຊົາໃຊ້ຊີວິດແບບນີ້
ເຮົາຈຶ່ງເລີ່ມຊອກຫາພະເຈົ້າ
ຍ້ອນວ່າເຮົາຢາກໃຫ້ເພິ່ນຊີ້ນຳຊີວິດຂອງເຮົາ
ມີມື້ໜຶ່ງຂ້ອຍໄປນັ່ງຫຼິ້ນຢູ່ສວນສາທາລະນະແຫ່ງໜຶ່ງ
ຢູ່ບ່ອນຫັ້ນງາມຫຼາຍ
ມີທະເລສາບທາງໜ້າ
ແລະກໍມີພູເຂົາຢູ່ດ້ານຫຼັງ
ແລະຂ້ອຍກໍເລີ່ມອະທິດຖານເຖິງພະເຈົ້າ
ຂ້ອຍບອກເພິ່ນວ່າ
ຂ້ອຍກັບເມຍຕ້ອງການຈະຮັບໃຊ້ພະເຈົ້າ
ແຕ່ກໍບໍ່ຮູ້ວ່າຈະເຮັດແນວໃດ
ແລ້ວອີກປະມານ 10 ນາທີຕໍ່ມາ
ກໍມີຜູ້ຊາຍຄົນໜຶ່ງຍ່າງມາຫາຂ້ອຍ
ແລະລາວກໍລົມກັບຂ້ອຍເລື່ອງໂລກທີ່ເປັນອຸທິຍານ
ທຸກຢ່າງທີ່ລາວເວົ້າເຖິງ
ເບິ່ງຄືວ່າສົມເຫດສົມຜົນ
ຄືກັບທີ່ຂ້ອຍອ່ານໃນຄຳພີໄບເບິນເລີຍ
ຂ້ອຍປະທັບໃຈສິ່ງທີ່ລາວອະທິບາຍເລື່ອງໄຟນະລົກຫຼາຍ
ມັນເຂົ້າໃຈງ່າຍ ແລະມີເຫດມີຜົນຫຼາຍ
ແລະລາວກໍເຊີນຂ້ອຍໄປຮ່ວມການປະຊຸມໃນມື້ຕໍ່ມາ
ຂ້ອຍກັບເມຍຍັງຈື່ການປະຊຸມເທື່ອທຳອິດ
ທີ່ເຮົາໄປຕອນ 37 ປີຫຼັງໄດ້ດີ
ຕອນນັ້ນ ຂ້ອຍຈົ່ງຜົມຍາວ
ໃສ່ໂສ້ງຢີນຂາດໆ
ຄິດວ່າຕອນນັ້ນຂ້ອຍບໍ່ໄດ້ໃສ່ຮອດເກີບ
ຕອນທີ່ນັ່ງປະຊຸມຢູ່
ຂ້ອຍຄິດວ່າ
ພີ່ນ້ອງສູງອາຍຸ
ທີ່ຢູ່ເທິງເວທີຄືຊິເບິ່ງວ່າເຮົາໜ້າລັງກຽດຫຼາຍ
ແຕ່ຂ້ອຍກໍຕ້ອງແປກໃຈ
ເພາະຫຼັງຈາກການປະຊຸມ
ລາວຍ່າງມາຖາມສະບາຍດີເຮົາສອງຄົນ
ແລະກໍເຊີນພວກເຮົາໄປເຮືອນລາວນຳ
ເຮົາຈື່ເລື່ອງການພິຈາລະນາໃນການປະຊຸມບໍ່ໄດ້ດອກ
ແຕ່ເຮົາບໍ່ມີມື້ລືມຕອນທີ່ລາວມາຖາມສະບາຍດີເຮົາ
ຫຼັງຈາກນັ້ນເຮົາກໍໄປປະຊຸມທຸກເທື່ອ
ແລ້ວກໍເລີ່ມຮຽນຄຳພີໄບເບິນກັບພີ່ນ້ອງຊາຍ
ທີ່ຂ້ອຍພົບລາວຢູ່ສວນ
ເຮົາບໍ່ໄດ້ປ່ຽນແປງຮູບແບບຊີວິດໃນທັນທີທັນໃດ
ແຕ່ພີ່ນ້ອງກໍຮັກແລະອົດທົນກັບເຮົາຫຼາຍແທ້ໆ
ຕອນນີ້ພວກເຮົາມີຈຸດມຸ່ງໝາຍໃນຊີວິດ
ແລະບໍ່ຮູ້ສຶກວ່າຊີວິດເຮົາບໍ່ມີຄ່າອີກຕໍ່ໄປ
ເຮົາເຊົາໃຊ້ຊີວິດແບບຕາມໃຈໂຕເອງ
ຕອນນີ້ເຮົາມີພະເຢໂຫວາ
ມີພີ່ນ້ອງ
ແລະວຽກປະກາດ
ເຮົາຕັດສິນໃຈອຸທິດຊີວິດໃຫ້ກັບພະເຢໂຫວາ
ແລະຮັບບັບເຕມາ