JW subtitle extractor

ຄຳພະຍາກອນທີ່ເກີດຂຶ້ນແທ້ກັບພະເຢຊູ

Video Other languages Share text Share link Show times

ຂໍໃຫ້ເຮົາມາເບິ່ງຄຳພະຍາກອນ
ທີ່ໜ້າສົນໃຈບາງຂໍ້
ທີ່ເວົ້າເຖິງພະເຢຊູນຳກັນ
ຄຳພະຍາກອນຂໍ້ໜຶ່ງກໍຄື
ພະເຢຊູຈະເກີດໃນຕະກູນຢູດາ
ຈາກຄອບຄົວຂອງດາວິດລູກຂອງເຢຊີ
ນີ້ກໍເກີດຂຶ້ນແທ້
ນອກຈາກນັ້ນ 700 ປີກ່ອນພະເຢຊູເກີດ
ມີເກບອກລ່ວງໜ້າໄວ້ໃນປຶ້ມມີເກບົດທີ 5
ວ່າເພິ່ນຈະມາເກີດໃນເບັດເລເຮັມ
ຄຳພະຍາກອນຂໍ້ນັ້ນເວົ້າເຖິງເບັດເລເຮັມເອຟຣາທາ
ເປັນຫຍັງຄຳວ່າ
ເອຟຣາທາ ຈຶ່ງສຳຄັນ
ເພາະໃນດິນແດນເຊບູໂລນ
ມີເມືອງໜຶ່ງທີ່ຊື່ເບັດເລເຮັມຄືກັນ
ໃນປັດຈຸບັນມີການເອີ້ນ
ເມືອງເບັດເລເຮັມເອຟຣາທາວ່າເບດາມ
ເມືອງນີ້ຢູ່ຫ່າງໄປທາງຕາເວັນຕົກສ່ຽງເໜືອ
ຂອງເມືອງນາຊາເຣັດ
ປະມານ 11 ກິໂລແມັດ
ນີ້ກໍເປັນຄຳພະຍາກອນອີກຂໍ້ໜຶ່ງທີ່ບອກຢ່າງເຈາະຈົງ
ແລະເອຊາຢາກໍພະຍາກອນ
ໂດຍໃຫ້ລາຍລະອຽດທີ່ໜ້າງຶດງໍ້ອີກທີ່ວ່າ
ພະເຢຊູຈະມາເກີດກັບຍິງສາວບໍລິສຸດ
ຄືຊິບໍ່ມີໃຜຄິດວ່າເລື່ອງນີ້ຈະເກີດຂຶ້ນແມ່ນບໍ
ດານີເອນບົດທີ 9 ກໍບອກລ່ວງໜ້າວ່າ
ເມຊີອາຈະມາປາກົດໂຕ
ຢູ່ຫັ້ນບອກວ່າ
ເຫດການຈະເກີດຂຶ້ນ 483 ປີ
ຫຼັງຈາກມີຄຳສັ່ງໃຫ້ສ້າງເມືອງເຢຣູຊາເລັມຂຶ້ນໃໝ່
ແລະເລື່ອງນີ້ກໍເກີດຂຶ້ນແທ້
ໃນປີທີ 29 ເຊິ່ງເປັນປີທີ່ພະເຢຊູຮັບບັບເຕມາ
ໃນຊາກາລີ ບົດທີ 11 ກໍບອກລ່ວງໜ້າວ່າ
ພະເຢຊູຈະຖືກທໍລະຍົດດ້ວຍເງິນ 30 ຫຼຽນ
ບົດ 12 ກໍບອກອີກວ່າ ພະເຢຊູຈະຖືກແທງ
ແລະກໍມີການບອກລ່ວງໜ້າວ່າ
ພະເຢຊູຈະມາຕາຍເພື່ອໄຖ່ບາບໃຫ້ກັບພວກເຮົາ
ເພິ່ນຈະຖືກຝັງໃນອຸໂມງຂອງຄົນລວຍ
ນອນຈາກນັ້ນ
ຍັງບອກວ່າ
ພະເຢຊູຈະຢູ່ໃນອຸໂມງຝັງສົບ 3 ມື້
ແລະກໍຈະຖືກປຸກຟື້ນຂຶ້ນມາອີກ
ແລະຈະວ່າແນວໃດທີ່ບາງຄົນບອກວ່າ
ພະເຢຊູຈັດສາກທຸກຢ່າງທີ່ເກີດຂຶ້ນກັບຊີວິດເພິ່ນ
ໃຫ້ກົງກັບຄຳພະຍາກອນ
ພີ່ນ້ອງຄິດແນວໃດ
ພະເຢຊູຈະຈັດໃຫ້ໂຕເພິ່ນມາເກີດຢູ່ຕະກູນຢູດາ
ໃນເມືອງເບັດເລເຮັມໄດ້ບໍ
ຕອນທີ່ຖືພາພະເຢຊູ
ມາລີແມ່ຂອງເພິ່ນຢູ່ເມືອງນາຊາເຣັດ
ພະເຢຊູຈະບອກແມ່ຕອນທີ່ຍັງຢູ່ໃນທ້ອງໄດ້ບໍວ່າ
ແມ່ ພາຂ້ອຍໄປເບັດເລເຮັມເດີ້
ເພາະພະຄໍາພີບອກວ່າ
ຂ້ອຍຈະຕ້ອງເກີດຢູ່ຫັ້ນ
ເຫັນໄດ້ແຈ້ງວ່າມັນເປັນໄປບໍ່ໄດ້
ເພິ່ນຄວບຄຸມຫຍັງບໍ່ໄດ້ຕອນນັ້ນ
ຫຼາຍກ່ວານັ້ນ
ເພິ່ນຈະຈັດໃຫ້ພວກປະໂລຫິດ
ເອົາເງິນ 30 ຫຼຽນໄປໃຫ້ຢູດາ
ເພື່ອທໍລະຍົດເພິ່ນໄດ້ບໍ
ຫຼຶເພິ່ນຈະຈັດໃຫ້ພວກສັດຕູໄປຖົ່ມນ້ຳລາຍໃສ່ໜ້າເພິ່ນ
ໃຫ້ພວກໂຣມມາຄຶງເພິ່ນໄວ້ເທິງເສົາທໍລະມານ
ໃຫ້ພວກທະຫານມາຈັບສະຫຼາກແບ່ງເສື້ອຂອງເພິ່ນ
ຫຼືຈະຄວບຄຸມໄດ້ບໍໃຫ້ທະຫານແທງທາງຂ້າງຂອງເພິ່ນ
ແທນທີ່ຈະທຸບກະດູກໃຫ້ຫັກຕາມທຳນຽມເຂົາເຈົ້າ
ຄຳພະຍາກອນເຫຼົ່ານີ້ທັງໝົດຈະເກີດຂຶ້ນແທ້
ໂດຍຄວາມບັງເອີນໄດ້ບໍ