JW subtitle extractor

ບົດຮຽນ 17: ປົກປ້ອງລູກຂອງເຈົ້າ

Video Other languages Share text Share link Show times

ລູກເອີ້ຍ!
ພະເຢໂຫວາຢາກໃຫ້ລູກມີຄວາມສຸກແລະປອດໄພ
ແຕ່ກໍມີບາງຄົນຄິດບໍ່ດີກັບລູກ
ພະເຢໂຫວາກໍເລີຍໃຫ້ລູກມີໃຈຮູ້ຜິດຮູ້ຖືກ
ເຊິ່ງເປັນຄືກັບສັນຍານເຕືອນໄພວ່າອັນໃດດີອັນໃດບໍ່ດີ
ມັນຈະຊ່ວຍປົກປ້ອງລູກຈາກອັນຕະລາຍ
ມະ! ພໍ່ແມ່ຈະທົດສອບສັນຍານເຕືອນໄພຂອງລູກ
ພ້ອມບໍ?
ສົມມຸດວ່າ ມີຄົນມາເວົ້າກັບລູກ
ແລະລູກຮູ້ສຶກແປກໆແລະລູກຢ້ານ
ລູກຈະເຮັດແນວໃດ?
ບໍ່ແນ່ໃຈ ຟັງແປກໆ ຢຸດດຽວນີ້ !
ດີຫຼາຍລູກ
ບອກໃຫ້ລາວຢຸດເວົ້າ
ແລ້ວໃຫ້ຟ້າວບອກພໍ່ກັບແມ່
ບໍ່ວ່າໃຜຈະເວົ້າຫຍັງ
ຂໍໃຫ້ລູກບອກພໍ່ກັບແມ່ເດີ້
ແລ້ວຖ້າມີໃຜບອກໃຫ້ລູກ
ເຮັດສິ່ງທີ່ລູກບໍ່ສະບາຍໃຈເດ?
ລູກຈະບອກວ່າ ‘ບໍ່!’
ດີຫຼາຍ ລູກຕ້ອງບອກວ່າ ‘ບໍ່’ ແລ້ວກໍຍ່າງໜີ
ແລ້ວຖ້າລາວມາຈັບໂຕລູກໃນແບບທີ່ບໍ່ຄວນເດ?
ລູກຈະບໍ່ຍອມໃຫ້ລາວຈັບ ລູກຈະແລ່ນໜີໄປເລີຍ
ດີຫຼາຍແຈັກກີ້
ເຖິງວ່າລາວຈະເປັນຜູ້ໃຫຍ່ທີ່ລູກຮູ້ຈັກແລະໄວ້ໃຈ
ລູກກໍຕ້ອງບອກວ່າ
‘ບໍ່!’ ແລ້ວແລ່ນໜີ
ລູກຕ້ອງຮ້ອງບອກວ່າ
‘ຢຸດເດີ້ ບໍ່ຊັ້ນຂ້ອຍຊິບອກຄົນອື່ນ!’
‘ຢຸດເດີ້ ບໍ່ຊັ້ນຂ້ອຍຊິບອກຄົນອື່ນ!’
ໂລກນີ້ອາດຈະເປັນຕາຢ້ານ
ແຕ່ລູກບໍ່ໄດ້ຢູ່ຄົນດຽວ
ຈື່ໄວ້ວ່າ ລູກມີໃຈຮູ້ຜິດຮູ້ຖືກ
ມີພໍ່ກັບແມ່ທີ່ຮັກລູກ ແລະມີພະເຢໂຫວາ