JW subtitle extractor

ຄ່າໄຖ

Video Other languages Share text Share link Show times

ຂອບໃຈຫຼາຍໆທີ່ມາຢາມ
ແລ້ວຫຼານຈະມາຢາມອີກເດີ້ແມ່ຕູ້
ແມ່ ແມ່ຕູ້ເອວຊ້າຈະຕາຍບໍ
ເຮົາຍັງບໍ່ຮູ້
ພະເຢໂຫວາຊ່ວຍເພິ່ນບໍ່ໄດ້ຫວາ
ໂອ ລູກແມ່
ພະອົງໄດ້ເຮັດບາງຢ່າງເພື່ອຊ່ວຍແມ່ຕູ້ແລ້ວ
ລູກຈື່ບໍ ພະອົງສົ່ງໃຜມາ
ພະເຢຊູ
ແຕ່ຕອນນີ້ເພິ່ນຈະຊ່ວຍແມ່ຕູ້ແນວໃດ
ລູກຈື່ໄດ້ບໍ ວ່າອາດາມສາມາດມີຊີວິດດົນປານໃດ
ຕະຫຼອດໄປ
ແຕ່ລາວບໍ່ເຊື່ອຟັງພະເຢໂຫວາ
ແລະເຮັດໃຫ້ທຸກຢ່າງເສຍໄປ
ເຮົາທຸກຄົນເປັນລູກຫຼານຂອງອາດາມ
ເຮົາກໍເລີຍເຈັບປ່ວຍ ເຖົ້າ ແລະໃນທີ່ສຸດກໍຕາຍ
ແຕ່ພະເຢໂຫວາໃຫ້ຄວາມຫວັງຫຍັງກັບເຮົາ
ພະອົງສົ່ງພະເຢຊູລົງມາໄຖ່ບາບທີ່ອາດາມໄດ້ເຮັດ
ເພິ່ນເຮັດໄດ້ແນວໃດ
ເພິ່ນເປັນມະນຸດສົມບູນແບບຄືກັບອາດາມ
ແລະເຊື່ອຟັງພະເຢໂຫວາ
ແມ່ນແລ້ວ
ຂອບໃຈພະເຢໂຫວາທີ່ໃຫ້ພະເຢຊູມາເປັນຄ່າໄຖ່
ເຮັດໃຫ້ເຮົາທຸກຄົນມີຄວາມຫວັງ
ທີ່ຈະຢູ່ຕະຫຼອດໄປໃນອຸທິຍານ
ແລະຄືກັບຕອນນີ້ເມື່ອເຮົາເຈິເລື່ອງທີ່ບໍ່ດີ
ຄວາມຫວັງນີ້ຈະຊ່ວຍເຮົາໃຫ້ອົດທົນໄດ້
ແມ່ຕູ້!
ແມ່ຕູ້ເອວຊ້າ!