JW subtitle extractor

ບົດຮຽນ 40: ພະເຢໂຫວາໃຫ້ອະໄພ

Video Other languages Share text Share link Show times

ຕອນນັ້ນ
ເປັນຄືນສຸດທ້າຍ
ທີ່ພະເຢຊູຢູ່ກັບພວກອັກຄະສາວົກຂອງເພິ່ນ
ພວກເຈົ້າຢູ່ຄຽງຂ້າງຂ້ອຍສະເໝີຕອນທີ່ຂ້ອຍລຳບາກ
ອີກບໍ່ດົນພະເຢຊູກໍຈະຖືກຈັບ
ແລ້ວເຂົາເຈົ້າກໍຈະເຈິກັບເລື່ອງທີ່ຍາກຫຼາຍ
ຄືນນີ້ພວກເຈົ້າທຸກຄົນຈະຖິ້ມຂ້ອຍ
ຍ້ອນເລື່ອງທີ່ຈະເກີດຂຶ້ນກັບຂ້ອຍ
ຄືກັບທີ່ພະຄຳພີບອກໄວ້ວ່າ
ເຮົາຈະຂ້າຜູ້ລ້ຽງແກະ
ແລະແກະໃນຝູງຈະກະຈັດກະຈາຍກັນໄປ
ເຂົາເຈົ້າຈະແລ່ນໜີປະພະເຢຊູແລະຖິ້ມເພິ່ນ
ແຕ່ເປໂຕເວົ້າວ່າ
ເຖິງວ່າທຸກຄົນຈະຖິ້ມທ່ານ
ຍ້ອນເລື່ອງທີ່ຈະເກີດຂຶ້ນກັບທ່ານ
ແຕ່ຂ້ອຍບໍ່ມີວັນຖິ້ມທ່ານເລີຍ
ດີຫຼາຍແຈັກກີ້
ເປໂຕຄິດວ່າໂຕເອງເຂັ້ມແຂງ
ແລະຈະບໍ່ມີທາງເຮັດໃຫ້ພະເຢໂຫວາເສຍໃຈ
ເປໂຕ ຂ້ອຍຈະບອກເຈົ້າວ່າ
ມື້ນີ້ກ່ອນໄກ່ຂັນ
ເຈົ້າຈະປະຕິເສດຮອດ 3 ເທື່ອວ່າ ບໍ່ຮູ້ຈັກຂ້ອຍ
ເອກອິເອ໋ກເອກ!
ບໍ່ແມ່ນ! ຈັ່ງຊີ້!
ໂອກອິອົກໂອ໋ກ!
ບໍ່! ໄກ່ບໍ່ໄດ້ຂັນແນວນັ້ນ
ພໍແລ້ວລູກ
ມັນຂັນຈັ່ງໃດກໍບໍ່ສຳຄັນດອກ
ລູກຈະບໍ່ມີວັນເຮັດໃຫ້ພະເຢໂຫວາເສຍໃຈ
ລູກກໍຄືກັນ
ພໍ່ແມ່ຮູ້ ວ່າລູກຈະບໍ່ເຮັດແນວນັ້ນ
ພະເຢຊູຮູ້ວ່າເປໂຕຈະຢ້ານ
ແລະເມື່ອລູກຢ້ານເດ?
ອ້າວ! ຮອດໂມງແລ້ວ
ຕ້ອງຟ້າວໄປແລ້ວລູກ!
ລະວັງແນ່ລູກ!
ບ໋າຍບ່າຍ ລູກ! ແລ້ວເຈິກັນ!
ຢ່າຂີ້ດື້ເດີ້!
ໂດຍ ບ໋າຍບ່າຍ
ກັບມາແລ້ວ!
ອ້າວ!
ໄປໃສໝົດ?
ລູກກຳລັງເສົ້າ
ອ້າວ! ເປັນຫຍັງລູກ?
ແຈັກກີ້ ລູກເປັນຫຍັງ?
ລູກບໍ່ຮູ້ວ່າ ພະເຢໂຫວາຍັງຢາກເປັນໝູ່ກັບລູກບໍ?
ພະເຢໂຫວາຢາກເປັນໝູ່ກັບລູກແນ່ນອນ
ແຕ່ຖ້າລູກເຮັດຫຍັງບໍ່ດີ
ເພິ່ນກໍຢາກໃຫ້ລູກເລົ່າໃຫ້ພໍ່ແມ່ຟັງ
ກະໄດ້
ມື້ນີ້ຕອນທີ່ຢູ່ເດີ່ນໂຮງຮຽນ
ແຈັກກີ້!
ເອີ່...ຂ້ອຍ...ຂ້ອຍ...ມີແຕ່...
ກິນໂລດ
ດຽວ! ແຈັກກີ້ກິນບໍ່ໄດ້ຕົ໋ວ
ຈັ່ງໃດ! ກິນໄດ້ ຫຼື ບໍ່ໄດ້!
ເອີ່...ຂ້ອຍບໍ່ຢາກກິນແລ້ວ
ແຕ່ຄຳພີໄບເບິນວ່າກິນບໍ່ໄດ້ຕົ໋ວ
ຄຳ..ພີ..ໄບເບິນ..ບອກວ່າ...
ບອກວ່າຫຍັງ?
ຂ້ອຍບໍ່ແນ່ໃຈ
ແຕ່ມື້ນັ້ນເຈົ້າມາເຮືອນຂ້ອຍແລະເວົ້າເລື່ອງຄຳພີໄບເບິນ
ຈື່ໄດ້ບໍ?
ຂ້ອຍຫວາ? ຈື່ຜິດຄົນຕີ້...!
ຂ້ອຍວ່າຄົນນັ້ນແມ່ນເຈົ້າຫັ້ນແຫຼະ
ຂີ້ຢ້ານເອີ້ຍ!
ທີ່ຮັກ ຕອນນີ້ຂ້ອຍຍັງລົມນຳບໍ່ໄດ້ເທື່ອ
ແລ້ວຊິໂທກັບເດີ້
ອື່ມ ພໍ່ເຂົ້າໃຈລູກ
ລູກຈື່ຕອນທີ່ເປໂຕບອກວ່າຈະບໍ່ຖິ້ມພະເຢຊູໄດ້ບໍ?
ໃນຄືນນັ້ນ ພະເຢຊູກໍຖືກຈັບ
ໄປ ໆ!
ເປໂຕຮັກພະເຢຊູ ແລະຢາກຊ່ວຍເພິ່ນ
ແຕ່ບາງເທື່ອ
ການເຮັດສິ່ງທີ່ຖືກຕ້ອງກໍບໍ່ງ່າຍເລີຍ
ເຈົ້າເປັນໝູ່ຂອງເຢຊູຄົນຄາລີເລຕົ໋ວ
ເອີ່...ຂ້ອຍບໍ່ຮູ້ຈັກລາວ! ເຈົ້າເວົ້າເລື່ອງຫຍັງ ?
ຢຸດ! ເຈົ້າແມ່ນພວກນັ້ນຫັ້ນແຫຼະ!
ຂ້ອຍບໍ່ຮູ້ຈັກຜູ້ນັ້ນແທ້ໆ
ດ໋ຽວ! ເຈົ້າເປັນລູກສິດຂອງເຢຊູຕົ໋ວ!
ຂ້ອຍເຄີຍເຫັນເຈົ້າຢູ່ໃນສວນກັບລາວ ແມ່ນບໍ?
ສາບານໄດ້ເລີຍ ຂ້ອຍບໍ່ຮູ້ຈັກຜູ້ນັ້ນແທ້ໆ!
ເປໂຕຮູ້ວ່າລາວຄວນເຮັດຫຍັງ
ແຕ່ຍ້ອນລາວຢ້ານ
ລາວຈຶ່ງເຮັດສິ່ງທີ່ບໍ່ຖືກຕ້ອງ
ຄືເລື່ອງຢູ່ໂຮງຮຽນເລີຍ
ແມ່ນແລ້ວ
ເປໂຕຕັ້ງໃຈທີ່ຈະບໍ່ເຮັດຜິດແບບນັ້ນອີກ
ແຕ່ລາວກໍຢາກຮູ້ວ່າ
ພະເຢໂຫວາແລະພະເຢຊູຍັງຢາກເປັນໝູ່ກັບລາວບໍ?
ຫຼັງຈາກພະເຢຊູຟື້ນຄືນຈາກຕາຍແລ້ວ
ເພິ່ນກໍໄປລົມກັບເປໂຕ
ຊີໂມນລູກໂຢຮັນ
ເຈົ້າຮັກຂ້ອຍບໍ?
ນາຍເອີ້ຍ !
ທ່ານກໍຮູ້ວ່າຂ້ອຍຮັກທ່ານ
ພະເຢຊູໃຫ້ອະໄພລາວ
ພະເຢໂຫວາກໍໃຫ້ອະໄພ
ແຕ່ເປໂຕກໍຕ້ອງບອກເລື່ອງນີ້ກັບພະເຢຊູ
ຖ້າລູກເຮັດໃຫ້ພະເຢໂຫວາເສຍໃຈ
ລູກຄິດວ່າລູກເຮັດແນວໃດ ?
ບອກພະເຢໂຫວາ
ແມ່ນແລ້ວລູກ
ລູກຕ້ອງອະທິດຖານຂໍໃຫ້ພະເຢໂຫວາໃຫ້ອະໄພ
ແລະພະເຢຊູສະແດງໃຫ້ເຫັນວ່າໃຫ້ອະໄພເປໂຕແທ້ໆ
ໂດຍມອບວຽກໃຫ້ລາວເຮັດ
ໃຫ້ເຈົ້າເບິ່ງແຍງແກະໂຕນ້ອຍໆຂອງຂ້ອຍເດີ້
ເຖິງວ່າເປໂຕຈະເຄີຍເຮັດຜິດ
ແຕ່ເປັນຫຍັງລາວບໍ່ຍອມແພ້
ຍ້ອນພະເຢໂຫວາໃຫ້ອະໄພລາວ
ເຮີ້ຍ! ຈຸເພິ່ນ!
ດຽວອີ່ພໍ່!
ລູກຕ້ອງອະທິບາຍເລື່ອງວັນເກີດ
ຊ່ວຍລູກແດ່ເດີ້ !
ໄດ້ຕົ໋ວລູກ!