JW subtitle extractor

ການສະແດງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດ

Video Other languages Share text Share link Show times

ອີ່ແມ່ນະ
ໂຊອີ້ ເອົ໋າ ຂອງເພິ່ນ
ຂອບໃຈເດີ້
ເອີ້ ອີກບໍ່ດົນ ເຮົາຊິມີປະຊຸມອະນຸສອນ
ເພິ່ນຕ້ອງມາໃຫ້ໄດ້ເດີ້
ເພາະວ່າມັນສຳຄັນຫຼາຍ
ນີ້ແມ່ນໃບເຊີນເພິ່ນກັບແມ່
ບັດຕອນສຶກສາເຮົາລົມກັນອີກເທື່ອໜຶ່ງເນາະ
ໄດ້ ຂອບໃຈເດີ້
ແລ້ວເຈິກັນໃໝ່
ໂອເຄ ແລ້ວເຈິກັນ
ດີຫຼາຍ ຄາມິວ
ໂອເຄ ເຮົາເບິ່ງຂໍ້ຕໍ່ໄປນຳກັນ
ຂໍເຈົ້າຊ່ວຍອ່ານໄດ້ບໍ?
ໄດ້ ຫຼາຍຄົນຫວັງຢາກໃຫ້ສິ່ງດີໆເກີດຂຶ້ນ ແຕ່ກະບໍ່ຮູ້ວ່າ...
ແລ້ວໆ ເອົ໋າທີເພິ່ນ
ທຳອິດ ຊີວິດຂອງອາດາມແລະເອວາສົມບູນແບບ
ເມື່ອເຂົາເຈົ້າບໍ່ເຊື່ອຟັງພະເຢໂຫວາ
ເຂົາເຈົ້າຈຶ່ງບໍ່ສົມບູນແບບແລະຕ້ອງຕາຍ
ຖືກຕ້ອງ
ຫຼັງຈາກນັ້ນ ກໍບໍ່ມີໃຜສົມບູນແບບອີກເລີຍ
ທຸກຄົນຕ້ອງເຖົ້າແລະຕາຍ
ແຕ່ພະເຢຊູລົງມາໃນໂລກ
ເພື່ອສອນເລື່ອງຂອງພະເຢໂຫວາ
ເພິ່ນສະລະຊີວິດໃຫ້ເຮົາທຸກຄົນ
ແມ່ນ ແລະໃນອະນາຄົດ
ຈະບໍ່ມີໃຜຕາຍອີກເລີຍ
ເຄີຍມີໃຜໃຫ້ຂອງຂວັນທີ່ພິເສດກັບເພິ່ນບໍ?
ແລະແມ່ຕູ້ເອົາໃຫ້ຍ້ອນຫຍັງ
ຍ້ອນແມ່ຕູ້ຮັກເຂົາ
ແມ່ນ ພະເຢໂຫວາແລະພະເຢຊູໃຫ້ຂອງຂວັນທີ່ຍິ່ງໃຫຍ່
ແລະມີຄ່າຫຼາຍ
ແຕ່ພະອົງກໍໃຫ້ຍ້ອນຮັກເຮົາ
ແລະຢາກໃຫ້ເຮົາມີຊີວິດຕະຫຼອດໄປ
ແລ້ວແມ່ຕູ້ເຂົາເດລະ
ແມ່ຕູ້ເພິ່ນກໍຈະໄດ້ຂອງຂວັນນີ້ນຳ
ເຂົາຢາກໃຫ້ເພິ່ນຮູ້ຈັກຄົນໜຶ່ງໃນຄຳພີໄບເບິນ
ລາວເປັນຄືກັບເພິ່ນເລີຍ
ໃນລູກາ ບົດ 7
ເຮືອນຂອງຜູ້ຍິງຄົນນີ້
ຢູ່ທີ່ເມືອງນາອິນ
ລາວຢູ່ກັບຜົວ
ແລະລູກຊາຍ
ແຕ່ຕໍ່ມາ ຜົວຂອງລາວກໍຕາຍ
ແຕ່ລາວກໍຍັງເຫຼືອລູກຊາຍ
ແລ້ວລູກຊາຍຂອງລາວກໍຕາຍຄືກັນ
ຕາຍທັງສອງຄົນເລີຍບໍ?
ແມ່ນ ລາວຈຶ່ງເປັນໝ້າຍ
ບໍ່ເຫຼືອໃຜເລີຍ
ມື້ທີ່ມີງານສົບ
ພໍດີພະເຢຊູໄດ້ມາເມືອງນາອິນ
ກໍເລີຍໄດ້ເຈິແມ່ໝ້າຍຄົນນີ້
ຢ່າຮ້ອງໄຫ້ເລີຍ
ຊາຍໜຸ່ມເອີ້ຍ
ຂ້ອຍສັ່ງເຈົ້າໃຫ້ ລຸກຂຶ້ນ
ເປັນຫຍັງພະເຢຊູປຸກລາວໃຫ້ຟື້ນຄືນມາ
ຍ້ອນວ່າເພິ່ນຮັກລາວ
ແມ່ນ ພະເຢຊູຮັກເຮົາທຸກຄົນ
ແລະຮັກເພິ່ນນຳ
ພະເຢຊູຈຶ່ງຍອມຕາຍເພື່ອເຮົາ
ແລະພະເຢໂຫວາກໍປຸກພະເຢຊູໃຫ້ຟື້ນ
ອີກບໍ່ດົນ ພະເຢຊູຈະປຸກທຸກຄົນ
ແລະການຕາຍຂອງເພິ່ນ
ເຮັດໃຫ້ເຮົາມີຊີວິດຕະຫຼອດໄປໄດ້
ຂອງຂວັນນີ້ຍິ່ງໃຫຍ່ຫຼາຍ
ບໍ່ມີໃຜໃຫ້ເຮົາໄດ້
ຖ້າເຮົາຢາກຂອບໃຈເພິ່ນ
ເຮົາຕ້ອງໄປປະຊຸມອານຸສອນ
ດຽວເຂົາຈະລອງຊວນແມ່ເບິ່ງ
ແມ່! ຈັ່ງໃດລູກ?
ພວກເຮົາແຕ່ງໂຕໄປປະຊຸມເລີຍເບາະ?
ຂໍໂທດເດີ້ລູກ
ມື້ນີ້ແມ່ເມື່ອຍຫຼາຍນະ
ຄິດວ່າເຮົາຄືຊິບໍ່ໄດ້ໄປດອກລູກ
ມື້ນີ້ເຈົ້າມາໄດ້ບໍ?
ຖ້າຢາກໃຫ້ໄປຮັບກໍບອກເດີ້
ແມ່ໂຊເຟຍສົ່ງມາ
ແມ່ ລູກຄິດວ່າເຮົາໄປໄດ້
ໄປກໍໄປ
ເຢ້!
ແມ່! ວ່າຈັ່ງໃດອີ່ຫຼ້າ
ລູກດີໃຈທີ່ແມ່ຮຽນຄຳພີໄບເບິນ
ແມ່ກໍດີໃຈຄືກັນ
ຕອນນີ້ຮອດເວລາສົ່ງເຫຼົ້າແວງແລ້ວ
ຕອນທີ່ກັບຮອດເຮືອນ
ຂໍໃຫ້ຄິດເບິ່ງວ່າ
ຄ່າໄຖ່ຂອງພະເຢຊູມີຄວາມໝາຍກັບເຈົ້າແນວໃດ
ປ່າ!!!
ແມ່!
ມາພີ້ກັບແມ່
ໂຊອີ້
ຫຼຽວໄປເບິ່ງທາງຫຼັງແມ້!
ໂຊອີ້
ແມ່ຕູ້ຫວາ?
ແມ່ນແມ່ຕູ້ອີ່ຫຼີ!
ຫຼານຮັກຂອງແມ່ຕູ້
ຫຼານຄິດຮອດແມ່ຕູ້ຂະໜາດ
ແມ່ຕູ້ຢູ່ນີ້ແລ້ວ
ພະເຢໂຫວາສະແດງຄວາມຮັກຕໍ່ເຮົາຫຼາຍວິທີ
ແຕ່ການທີ່ພະເຢໂຫວາໃຫ້ຊີວິດພະເຢຊູກັບພວກເຮົາ
ນີ້ເປັນການສະແດງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດ