JW subtitle extractor

ບົດຮຽນ 8: ເປັນຄົນສະອາດແລະຮຽບຮ້ອຍ

Video Other languages Share text Share link Show times

ມີຫຍັງບໍລູກ?
ລູກຊອກຍົນບໍ່ເຫັນ
ພໍ່ຮູ້ແລ້ວວ່າຍ້ອນຫຍັງ
ຢາກຮູ້ບໍເຮັດແນວໃດຈຶ່ງຈະຊອກເຫັນ?
ໂດຍ
ລູກຕ້ອງມ້ຽນຫ້ອງໃຫ້ສະອາດຮຽບຮ້ອຍ
ລູກຮູ້ບໍພະເຢໂຫວາຈັດທຸກຢ່າງໃຫ້ເປັນລະບຽບ
ເບິ່ງດວງດາວແມ້
ພວກມັນເຄື່ອນທີ່ຕະຫຼອດເວລາ
ແຕ່ພະເຢໂຫວາກໍໃຫ້ພວກມັນເຄື່ອນທີ່ຕາມວົງໂຄຈອນ
ເພື່ອຈະບໍ່ຕຳກັນ
ຄືກັບຄົນເຮົາທີ່ມີຮູບຮ່າງໜ້າຕາພາຍນອກ
ທີ່ແຕກຕ່າງກັນ
ແຕ່ພາຍໃນຮ່າງກາຍ
ພະເຢໂຫວາໃຫ້ເຮົາມີອະໄວຍະວະ
ແລະກະດູກຢູ່ໃນຕຳແໜ່ງດຽວກັນ
ລູກຄິດວ່າຈະເປັນແນວໃດ
ຖ້າຕາຂອງເຮົາໄປຢູ່ຕີນ
ພະເຢໂຫວາກໍໃຫ້ສັດຮັກສາຄວາມສະອາດນຳ
ເບິ່ງແມ້!
ປາກຳລັງອະນາໄມໃຫ້ຮິບໂປ
ນົກກໍມາຊ່ວຍ
ລູກຢາກໃຫ້ສັດມາອະນາໄມຫ້ອງໃຫ້ລູກເດ້
ບາງເທື່ອພໍ່ກໍຄິດແບບນັ້ນ
ແຕ່ພະເຢໂຫວາໃຫ້ເຮົາມີມື
ທີ່ຈັບເຄື່ອງໄດ້ງ່າຍໆ
ຖ້າລູກມ້ຽນຫ້ອງໃຫ້ສະອາດ
ພະເຢໂຫວາຈະມີຄວາມສຸກ
ບໍ່ແນ່ໄດ໋ ຖ້າຫ້ອງສະອາດ
ລູກອາດຈະເຈິຍົນຂອງລູກກໍໄດ້
ລູກເຈິຍົນແລ້ວ!
ໂອເຄ ຄັນຊັ້ນເຮົາໄປຫຼິ້ນເລີຍ!